ອີກ 10 ປີກຳປູເຈຍຈະກ້າວເຂົ້າສູ່ເສດຖະກິດດິຈິຕອນ

  ລັດຖະມົນຕີກະຊວງເສດ ຖະກິດ ແລະການເງິນກຳປູເຈຍ ກ່າວວ່າ ເສດຖະກິດດິຈິຕອນຂອງ ກຳປູເຈຍຍັງຢູ່ໃນຂັ້ນເລີ່ມຕົ້ນ ແລະ ຈຳເປັນຕ້ອງໃຊ້ເວລາຢ່າງໜ້ອຍ 10 ປີໃນການພັດທະນາເຕີບໂຕ.

  ຕາມຂ່າວຕ່າງປະເທດລາຍ ງານວ່າ ໃນພິທີເປີດກອງປະຊຸມ ໃນຫົວຂໍ້ ນະໂຍບາຍ ແລະທິດ ທາງຂອງເສດຖະກິດດິຈິຕອລຂອງ ກຳປູເຈຍລະບຸວ່າ ເສດຖະກິດດິຈິ ຕອນກຳລັງຄ່ອຍໆເປັນຮູບເປັນ ຮ່າງຂຶ້ນ ແລະກຳລັງສ້າງກິດຈະ ກຳທາງທຸລະກິດໃໝ່ໆໃນການຊໍາ ລະເງິນດິຈິຕອນ, ຄວາມບັນເທີງ ອອນລາຍ ແລະອີຄອມເມີຊ, ຊຶ່ງ ກຳປູເຈຍອາດຈຳເປັນຕ້ອງໃຊ້ເວ ລາ 5 ປີທຳອິດໃນການກຽມອົງ ປະກອບພື້ນຖານທັງໝົດເຂົ້າດ້ວຍ ກັນ ຫຼື ກຽມຄວາມພ້ອມດ້ານດິຈິ ຕອນ ແລະໃຊ້ເວລາອີກ 5 ປີ ຫຼື 10 ໃນການພັດທະນາເສດຖະກິດດິຈິ ຕອນເພື່ອມຸ່ງໄປສູ່ເສດຖະກິດທີ່ ຂັບເຄື່ອນດ້ວຍເຕັກໂນໂລຊີ.

  ຢ່າງໃດກໍຕາມ ການພັດທະນາ ໂຄງສ້າງພື້ນຖານທັງໂຄງສ້າງ ພື້ນຖານດ້ານກົດໝາຍກົດລະບຽບ ເປັນເງື່ອນໄຂເບື້ອງຕົ້ນສຳລັບ ເສດຖະກິດດິຈິຕອນ ແລະກຳປູ ເຈຍຈຳເປັນຕ້ອງເພີ່ມຄວາມຄວບ ຄຸມໃນການເຊື່ອມຕໍ່ອິນເຕີເນັດ ແລະຫຼຸດຄ່າໃຊ້ຈ່າຍສຳລັບການ ໃຊ້ງານ.

ນສພ  ເສດຖະກິດ-ສັງຄົມ