ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 11 ໄດ້ໄຂຂຶ້ນຢ່າງເປັນທາງການ

  ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີ 11 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 25 ຕຸລາ 2021 ນີ້ ຢູ່ທີ່ສະໂມສອນຫ້ອງວ່າການສູນກາງພັກ (ຫຼັກ 6) ພາຍໃຕ້ການເປັນປະທານຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກຜູ້ປະຈຳການຄະນະເລຂາທິການສູນກາງພັກຮອງປະທານປະເທດມີກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສົມບູນ ແລະສຳຮອງສູນກາງພັກ, ມີບັນດາຫົວໜ້າຄະນະຈັດຕັ້ງແຂວງ-ນະຄອນຫຼວງ, ຫົວໜ້າກົມຈັດຕັ້ງ-ພະນັກງານກະຊວງ-ອົງການ ແລະພະນັກງານຂັ້ນກົມພາຍໃນສຳນັກງານຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.
  ກອງປະຊຸມຄັ້ງນີ້ ເປັນການກວດກາ, ສະຫຼຸບຕີລາຄາຄືນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທີ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີ 10 ໄດ້ວາງອອກ, ໃນວາລະກອງປະຊຸມສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກໄດ້ຂຶ້ນຜ່ານບົດລາຍງານການປະຕິບັດໜ້າທີ່ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃນ 5 ປີຜ່ານມາ (2016-2020) ຊຶ່ງໄດ້ຍົກໃຫ້ເຫັນຜົນສໍາເລັດດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ແລະໄດ້ກໍານົດທິດທາງວຽກງານໃນ 5 ປີຕໍ່ໜ້າ ແນໃສ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນເພື່ອຍົກສູງຄວາມສາມາດນຳພາ, ລັກສະນະນໍາໜ້າຂອງພັກເຮົາໃນເງື່ອນໄຂໃໝ່, ການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງຂອງວຽກງານພະນັກງານ ສືບຕໍ່ນຳພາປະເທດຊາດກ້າວເດີນຕາມເສັ້ນທາງສູ່ຈຸດໝາຍສັງຄົມນິຍົມ ທີ່ພັກວາງອອກ.
  ໃນໄລຍະ 5 ປີ ຜ່ານມາ, ການຈັດຕັ້ງປະຕິບັດແນວທາງການຈັດຕັ້ງຂອງພັກຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການພັດທະນາເສດຖະກິດ-ວັດທະນະທຳ-ສັງຄົມ ເຫັນວ່າມີຜົນສຳເລັດໃນແຕ່ລະໄລຍະເປັນຕົ້ນ: ການປັບປຸງລະບົບການເມືອງໄດ້ສຸມໃສ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ທັງ 4 ດ້ານຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະດ້ານແບບແຜນນຳພາວິທີເຮັດວຽກມີບາດກ້າວດີຂຶ້ນ ຊຶ່ງສະແດງອອກຈຳນວນໜ່ວຍພັກ, ສະມາຊິກພັກໄດ້ເພີ່ມຂຶ້ນທາງດ້ານຈຳນວນ ແລະຄຸນນະພາບການຈັດຕັ້ງຮາກຖານພັກໄດ້ຂະຫຍາຍເຂົ້າສູ່ຂົງເຂດຕ່າງໆຫຼາຍກວ່າເກົ່າ, ສະແດງອອກປະຈຸບັນທົ່ວປະເທດມີ 22.675 ການຈັດຕັ້ງຮາກຖານພັກ, ມີ 20.438 ໜ່ວຍພັກແລະມີ 2.237 ຄະນະພັກຮາກຖານ, ມີສະມາຊິກພັກທັງໝົດ 348.686 ສະຫາຍ, ຍິງ 88.433 ສະຫາຍ ຜ່ານການຕີລາຄາຄຸນນະພາບ ແລະຈັດແບ່ງປະເພດໃນ ປີ 2020 ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 13.451 ໜ່ວຍກວມ 65,81% ຂອງໜ່ວຍພັກທັງໝົດ, ມີສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະເພດແຂງ 274.401 ສະຫາຍກວມ 78,69% ເດັ່ນກວ່າໝູ່ແມ່ນໃນເວລາດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກຕາມຄໍາສັ່ງເລກທີ 04 ຂອງຄະນະເລຂາທິການສູນກາງພັກໄດ້ກາຍເປັນຂະບວນການປັບປຸງປົວແປງພັກຢ່າງເລິກເຊິ່ງ, ໜັກແໜ້ນ; ພາຍຫຼັງກອງປະຊຸມໃຫຍ່ 3 ຂັ້ນຂອງພັກສໍາເລັດ, ດ້ານຄຸນນະພາບຂອງຄະນະພັກແຕ່ລະຂັ້ນໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ, ບັນດາສະຫາຍຄະນະພັກແຕ່ລະຂັ້ນສ່ວນຫຼາຍແມ່ນນອນຢູ່ໃນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະຖືກຕ້ອງຕາມເງື່ອນໄຂ-ມາດຕະຖານທີ່ໄດ້ກຳນົດໄວ້ເຊິ່ງມີລະດັບຄວາມຮູ້ທິດສະດີການເມືອງ, ວິຊາສະເພາະແຕ່ຊັ້ນສູງຂຶ້ນໄປກວມອັດຕາສ່ວນຫຼາຍ ແລະໄດ້ຜ່ານຂະບວນການວຽກງານຕົວຈິງ, ໂຄງປະກອບຄະນະພັກຮັບປະກັນໄດ້ທັງຮຸ່ນອາວຸໂສ, ຮຸ່ນກາງ ແລະຮຸ່ນໜຸ່ມ, ມີການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ແຜນບຳລຸງ-ກໍ່ສ້າງນັບທັງໄລຍະສັ້ນ ແລະ ໄລຍະຍາວ,ກົງຈັກການຈັດຕັ້ງຢູ່ກະຊວງ-ອົງການ ແລະທ້ອງຖິ່ນ ໄດ້ຮັບການປັບປຸງໃຫ້ສອດຄອ່ງກັບກົນໄກການບໍລິການຄຸ້ມຄອງລັດຕາມທິດຄຸ້ມຄອງມະຫາພາກ.
  ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງລາຍງານກ່ຽວກັບການສະຫຼຸບຕີລາຄາສະພາບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ການປັບປຸງກົງຈັກການຈັດຕັ້ງ ແລະຮັບຟັງການເຜີຍແຜ່, ເຊື່ອມຊຶມມະຕິວ່າດ້ວຍເພີ່ມທະວີການນຳພາຂອງພັກເພື່ອສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງວຽກງານພະນັກງານ ແລະການປະກອບຄຳເຫັນຂອງຜູ້ແທນກອງປະຊຸມທີ່ມາຈາກບັນດາກະຊວງ-ອົງການ ແລະທ້ອງຖິ່ນຕາມການເຈາະຈີ້ມຂອງປະທານກອງປະຊຸມ ຊຶ່ງກອງປະຊຸມຄັ້ງນີ້ຈະດໍາເນີນເປັນເວລາສອງວັນຈຶ່ງສໍາເລັດ.

----

ຂ່າວ: ນັກຂ່າວກໍ່ສ້າງພັກ
ພາບ: ບານມູນປະເສີດ