ຈີນເພີ່ມການນໍາໃຊ້ພະລັງງານສະອາດ

  ວັນທີ 25 ຕຸລາທີ່ຜ່ານມາ ລັດຖະບານສປ ຈີນປະກາດເປົ້າໝາຍຫຼຸຸດການນໍາໃຊ້ພະລັງງານຟອດຊິນ ໃຫ້ເຫຼືອບໍ່ເຖິງ 20% ພາຍໃນປີ 2060.
  ຕາມຂ່າວຕ່າງປະເທດລາຍງານວ່າ ລັດຖະບານຈີນປະກາດເປົ້າໝາຍຫຼຸດການໃຊ້ພະລັງງານຟອດຊີນໃຫ້ເຫຼືອບໍ່ເຖິງ 20% ພາຍໃນປີ 2060 ໂດຍໃນລະຫວ່າງນີ້ຈະມີການອາໄສແຫ່ງພະລັງງານສະອາດເພີ່ມຂຶ້ນຢ່າງຕໍ່ເນື່ອງຫຼັງຈາກກະຊວງສິ່ງແວດລ້ອມຂອງຈີນເປີດເຜີຍແນວທາງປະຕິບັດເພີ່ມເຕີມສູ່ການບັນລຸເປົ້າໝາຍເປັນກາງທາງຄາບອນທີ່ລວມເຖິງການເພີ່ມການໃຊ້ພະລັງງານທີ່ບໍ່ແມ່ນຟອດຊິນໃຫ້ມີອັດຕາສ່ວນປະມານ 25% ຂອງການໃຊ້ພະລັງງານທັງໝົດໃນປີ 2030 ເຊິ່ງຄາດວ່າປະລິມານການປ່ອຍແກັສຄາບອນໄດອອກໄຊຂອງປະເທດໃນເວລານັ້ນຈະຫຼຸດລົງຫຼາຍກວ່າ 65% ເມື່ອທຽບໃສ່ປີ2005.
  ຂະນະທີ່ພາຍໃນປີ 2030 ກໍາລັງການຜະລິດກະແສໄຟຟ້າຈາກພະລັງງານລົມ ແລະແສງຕາເວັນໃນຈີນຈະເພີ່ມຂຶ້ນລວມກັນຫຼາຍກວ່າ 1,2 ຕື້ກິໂລວັດແລະພາຍໃນປີ 2060 ອັດຕາສ່ວນການໃຊ້ພະລັງງານຟອດຊີນໃນຈີນຈະເຫລືອບໍ່ເຖິງ 20%.

----

ໜັງສືພິມ ເສດຖະກິດ-ສັງຄົມ