ກຸ່ມ DSK ມອບ 80 ລ້ານກີບ ຊ່ວຍຫຼວງພະບາງຕ້ານໂຄວິດ

ຂ່າວ: ສີສຸວັນ

  ທ່ານ ນາງ ດາວລຸນນີ ຊະນະແກ້ວ ຕາງໜ້າກຸ່ມບໍລິສັດ ດີເອສເຄ (DSK) ໄດ້ນໍາເອົາວັດຖຸປັດໄຈປະກອບມີຕຽງ 200 ໜ່ວຍ ແລະເຄື່ອງບໍລິໂພກຈໍານວນໜຶ່ງມາມອບໃຫ້ຄະນະສະເພາະກິດຂັ້ນແຂວງຫຼວງພະບາງໃນວັນທີ 21 ຕຸລາ 2021 ນີ້ເພື່ອນໍາໄປໃຊ້ເຂົ້າໃນວຽກງານຂອງຄະນະສະເພາະກິດໃນການຊ່ວຍເຫຼືອແຮງງານທີ່ກັກກັນຢູ່ແຕ່ລະສູນລວມມູນຄ່າທັງໝົດ 80 ລ້ານກີບ.

  ຈຸດປະສົງກໍ່ເພື່ອເປັນສ່ວນໜຶ່ງໃນການປະກອບສ່ວນຊ່ວຍເຫຼືອວຽກງານຕ້ານການລະບາດຂອງພະຍາດໂຄວິດ-19 ທີ່ພວມລະບາດຢູ່ພາຍໃນແຂວງຫຼວງພະບາງໃນປະຈຸບັນສໍາລັບຕຽງນອນແມ່ນແນໃສ່ບັນເທົາເພີ່ມຕຽງນອນໃຫ້ຄົນເຈັບ (ຜູ້ກັກກັນ) ຢູ່ແຕ່ລະສູນ, ສູນປິ່ນປົວຜູ້ຕິດເຊື້ອພາກສະໜາມປະກອບມີຕຽງຈໍານວນ 200 ໜ່ວຍ, ມູນຄ່າ 40 ລ້ານກີບ ແລະເຄື່ອງບໍລິໂພກ ມູນຄ່າ 40 ລ້ານກີບ, ລວມມູນຄ່າທັງໝົດ 80 ລ້ານກີບ.

  ໂດຍການກ່າວຮັບຂອງທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມແລະແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.

  ໂອກາດນີ້ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງໆຫຼວງພະບາງ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງກໍ່ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ກຸ່ມບໍລິສັດ ດີເອສເຄ (DSK) ທີ່ໄດ້ນໍາເອົາວັດຖຸປັດໄຈດັ່ງກ່າວມາປະກອບສ່ວນເພື່ອນໍາໃຊ້ເຂົ້າໃນວຽກງານການຕ້ານ, ສະກັດກັ້ນການລະບາດພະຍາດໂຄວິດ-19 ແລະພ້ອມທີ່ຈະນໍາເອົາໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ.