ມົນລະພິດເຮັດໃຫ້ຜູ້ຄົນເສຍຊີວິດເພີ່ມຂຶ້ນ

 

  ນັກວິໄຈເປີດເຜີຍລາ ຍງານ ໃນວັນທີ 12 ມີນາຜ່ານມາວ່າ ມົນລະພິດທາງອາກາດເຮັດໃຫ້ປະ ຊາຊົນເສຍຊີວິດໃນແຕ່ລະປີຫຼາຍ ກວ່າຈຳນວນຂອງຜູ້ເສຍຊີວິດ ຈາກການສູບຢາ.ຕາມຂ່າວຈາກລອນດອນລາຍ ງານວ່າ ນັກວິໄຈໃນເຢຍລະມັນ ແລະໄຊປຣັດ ລະບຸວ່າ: ມົນລະພິດ ທາງອາກາດເຮັດໃຫ້ມີປະຊາກອນ ເສຍຊີວິດ 8,8 ລ້ານຄົນ ໃນປີ 2015 ຊຶ່ງເປັນຕົວເລກທີ່ສູງເກືອບ ເທົ່າຂອງຕົວເລກທີ່ຄາດການໄວ້ກ່ອນໜ້ານີ້ 4,5 ລ້ານຄົນ. ໃນຂະ ນະທີ່ອົງການອານາໄມໂລກປະມານການໄວ້ວ່າ ທົ່ວໂລກຈະມີຜູ້ ເສຍຊີວິດຈາກການສູບຢາປະມານ ປີລະ 7 ລ້ານຄົນ. ຂະນະທີ່ໃນເອີຣົບ ມົນລະພິດທາງອາກາດເຮັດໃຫ້ມີ ຜູ້ເສຍຊີວິດ ປະມານ 790.000 ຄົນ ໃນນີ້ 40% ຫາ 80% ເສຍ ຊີວິດຈາກພະຍາດທີ່ກ່ຽວຂ້ອງກັບ ຫຼອດເລືອດ ແລະຫົວໃຈ ໂດຍສະ ເພາະຫົວໃຈວາຍ ແລະເສັ້ນເລືອດ ໃນສະໝອງແຕກ ຫຼື ຕີບ.ຂະນະທີ່ຝຸ່ນລະອອງຂະໜາດ ນ້ອຍ ແລະມົນລະພິດທາງອາກາດ ອື່ນໆໃນເອີຣົບເກີດຈາກການເຜົາ ໄໝ້ຂອງນ້ຳມັນ. ດັ່ງນັ້ນ ຈິ່ງຈຳ ເປັນຕ້ອງ ປ່ຽນໄປນຳໃຊ້ແຫຼ່ງ ພະລັງງານອື່ນໃນການຜະລິດພະ ລັງງານຢ່າງຮີບດ່ວນ.