ດອກດາວເຮືອງ ຊ່ວຍບັນເທົາອາການເຈັບແຂ້ວໄດ້

   ແຂ້ວ ແມ່ນອະໄວຍະວະທີ່ຢູ່ໃນຊ່ອງປາກທີ່ຕ້ອງໃສ່ໃຈເບິ່ງແຍງ ແລະທໍາຄວາມສະອາດເປັນພິເສດເພື່ອປ້ອງກັນການເກີດກິ່ນປາກ ແລະພະຍາດຕ່າງໆທີ່ອາດຈະເກີດຂຶ້ນໄດ້ງ່າຍເຊັ່ນ: ແຂ້ວແມງ, ຮາກແຂ້ວບໍ່ແຂງແຮງ ແລະອື່ນໆ ຊຶ່ງພາວະການເຈັບແຂ້ວເປັນເລື່ອງທີ່ທໍລະມານຫຼາຍທີ່ສຸດຫຼາຍຄົນຕ້ອງໄດ້ກິນຢາແກ້ປວດເປັນປະຈຳເມື່ອມີອາການເຈັບ, ແຕ່ບໍ່ຕ້ອງກັງວົນໄປອີກແລ້ວສຳລັບຜູ້ໃດທີ່ມີອາການເຈັບແຂ້ວແລ້ວບໍ່ຢາກກິນຢາສະໝຸນໄພຊະນິດນີ້ຊ່ວຍທ່ານໃດ ຊຶ່ງຈະມີແນວໃດມາອ່ານເບິ່ງເລີຍ!!.

  ດອກດາວເຮືອງນອກຈາກຈະເປັນດອກໄມ້ທີ່ເຮົາມັກນໍາມາປະດັບປະດາຕົກແຕ່ງພາຂວັນຕ່າງໆແລ້ວນັ້ນຍັງສາມາດບັນເທົາອາການປວດແຂ້ວໄດ້ ໂດຍການເອົາດອກແຫ້ງປະມານ 7-8 ດອກ ໄປຕົ້ມກັບນໍ້າໃນປະລິມານທີ່ເໝາະສົມແລ້ວນໍາມາດື່ມເທື່ອລະໜ້ອຍໆຈະເຮັດໃຫ້ອາການປວດບັນເທົາລົງແຖມຍັງຊ່ວຍຂັບຮ້ອນໃນຮ່າງກາຍໄດ້ອີກດ້ວຍ.

----

ໜັງສືພິມ ເສດຖະກິດ-ສັງຄົມ