ຫາລືແກ້ບັນຫາແຮງງານຢູ່ສາມຫຼ່ຽມຄຳ

ຂ່າວ:  ຮສສ

  ເພື່ອປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1141/ຫສນຍ, ລົງວັນທີ 7 ກັນຍາ 2021 ກ່ຽວກັບທິດຊີ້ນໍາຕໍ່ຜົນການແກ້ໄຂສະພາບການເຄື່ອນໄຫວຂອງແຮງງານຕ່າງປະເທດຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ແຂວງບໍ່ແກ້ວ ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມໄດ້ມີຄຳເຫັນຕໍ່ກອງປະຊຸມປຶກສາຫາລືກ່ຽວກັບການຂຶ້ນທະບຽນແຮງງານ ແລະກວດສຸຂະພາບແຮງງານຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ແຂວງບໍ່ແກ້ວຮ່ວມກັບເຈົ້າແຂວງໆບໍ່ແກ້ວໂດຍມີທ່ານ ປອ ບົວຄົງ ນາມມະວົງ, ເຈົ້າແຂວງໆບໍ່ແກ້ວ, ທ່ານຮອງລັດຖະມົນຕີ, ຫົວໜ້າປົກຄອງແຂວງ, ອົງການປົກຄອງທ້ອງຖິ່ນ, ຫົວໜ້າກົມ, ຮອງກົມ. (ໃນຮູບແບບອອນລາຍ) ວັນທີ 23 ຕຸລາ 2021, ທີ່ກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ) ຊຶ່ງທ່ານໄດ້ກ່າວວ່າ: ການນຳໃຊ້ແຮງງານທັງລາວ ແລະ ຕ່າງປະເທດຫຼາຍສິບພັນຄົນ ແລະ ອາດເຖິງແສນຄົນໃນອະນາຄົດອັນໃກ້ແຕ່ການນຳໃຊ້ແຮງງານແມ່ນຍັງບໍ່ທັນຖືກຕ້ອງ ແລະສອດຄ່ອງກັບກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງໄດ້ກຳນົດໂດຍຍັງບໍ່ສາມາດເກັບກຳຕົວເລກຕົວຈິງຂອງຜູ້ອອກແຮງງານລາວ ແລະຜູ້ອອກແຮງງານຕ່າງປະເທດທີ່ເຮັດວຽກຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳລວມທັງຈຳນວນທີ່ຖືກກົດໝາຍ, ຜິດກົດໝາຍ, ສັນຊາດຂອງຜູ້ອອກແຮງງານ ແລະອື່ນໆ.

ຄຽງຄູ່ກັນນັ້ນ, ບໍ່ສາມາດຕິດຕາມ ແລະຄຸ້ມຄອງຜູ້ອອກແຮງງານໂດຍສະເພາະແມ່ນສັນຍາແຮງງານ, ລາຍຮັບ, ສະຫວັດດີການສັງຄົມແລະການປົກປ້ອງທາງສັງຄົມຕ່າງໆ, ການຂຶ້ນທະບຽນແຮງງານຈະເຮັດໃຫ້ສາມາດເກັບກຳຂໍ້ມູນຂອງຜູ້ອອກແຮງງານທີ່ກຳລັງເຮັດວຽກຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ແຂວງບໍ່ແກ້ວຢ່າງ ລະອຽດເຊັ່ນ: ຈຳນວນຜູ້ວ່າງງານ, ຜູ້ບໍ່ມີຫົວໜ່ວຍແຮງງານສັງກັດ, ຜູ້ຕ້ອງການຝຶກສີມືແຮງງານ, ຜູ້ອອກແຮງງານທີ່ຖືກກົດໝາຍ, ຜິດກົດໝາຍ, ຜູ້ຕ້ອງການ ສືບຕໍ່ເຮັດວຽກ ແລະຜູ້ຕ້ອງການກັບຄືນປະເທດຊຶ່ງຈະຊ່ວຍໃຫ້ສາມາດກຳນົດກົນໄກໃນການແກ້ໄຂບັນຫາໄດ້ຢ່າງຖືກຕ້ອງລວມທັງການຮ່ວມມືສອງຝ່າຍເພື່ອແກ້ໄຂບັນຫາຕໍ່ກັບຜູ້ອອກແຮງງານທີ່ເຮັດວຽກແບບຜິດກົດໝາຍ,ການຂຶ້ນທະບຽນແຮງງານແມ່ນຈະໄດ້ຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດເພື່ອເຮັດໃຫ້ຜູ້ອອກແຮງງານລາວ ແລະ ຜູ້ອອກແຮງງານຕ່າງປະເທດທີ່ເຮັດວຽກຢູ່ໃນວິສາຫະກິດ, ໂຄງການ ແລະ ການຈັດຕັ້ງຕ່າງໆທັງໝົດຖືກບັນທຶກເຂົ້າໃນລະບົບຖານຂໍ້ມູນແຮງງານເພື່ອສະໜອງໃຫ້ຂະແໜງການເງິນໄດ້ນຳໃຊ້ເປັນຂໍ້ມູນພື້ນຖານໃນການຄິດໄລ່ອາກອນລາຍໄດ້ໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍແຮງງານ ແລະກົດໝາຍວ່າດ້ວຍການຄຸ້ມ ຄອງສ່ວນສາອາກອນ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍອາກອນລາຍໄດ້ ແລະກົດໝາຍວ່າດ້ວຍອາກອນຊົມໃຊ້ໃຫ້ຖືກຕ້ອງ ແລະ ໂປ່ງໃສ, ຖ້າຈະເຮັດໃຫ້ບັນລຸຕາມເປົ້າໝາຍທີ່ກ່າວມາຂ້າງເທິງນັ້ນທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງມີສ່ວນຮ່ວມ, ໃຫ້ການຮ່ວມມື ແລະອຳນວຍຄວາມສະດວກໃຫ້ວຽກງານການຂຶ້ນທະບຽນແຮງງານໃນຄັ້ງນີ້.

  ກອງປະຊຸມດັ່ງກ່າກ່າວຍັງໄດ້ສະເໜີກ່ຽວກັບຈຸດປະສົງເປົ້າໝາຍ, ວິທີການ, ຂັ້ນຕອນ ແລະມາດຕະການປະຕິບັດ, ຜົນປະໂຫຍດທີ່ຄາດວ່າຈະໄດ້ຮັບຂອງແຮງ ງານ, ເວລາ ແລະການລາຍງານຕ່າງໆ, ພ້ອມນີ້ບັນດາຜູ້ເຂົ້າຮ່ວມຍັງໄດ້ພັດປ່ຽນກັນປະກອບຄຳເຫັນຢ່ງກົງໄປກົງມາເພື່ອໃຫ້ແກ້ໄຂ້ໃນໄລຍະອັນໄວນີ້.