ອົງການອຸຍນິເຊັບ ມອບອຸປະກອນໃຫ້ກະຊວງ ຖວທ

ອົງການອຸຍນິເຊັບ ປະຈຳ ສປປ ລາວ ໄດ້ນຳເອົາອຸປະກອນໄອທີ ແລະອຸປະກອນປ້ອງກັນຕົວ (PPE) ມອບໃຫ້ແກ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ເພື່ອເພີ່ມທະວີການຮ່ວມມືລະຫວ່າງອົງການອຸຍນິເຊັບກັບລັດຖະບານແຫ່ງ ສປປ ລາວ ໃນການສົ່ງເສີມສິດທິ ແລະສະຫວັດດີການຂອງເດັກ ແລະແມ່ຍິງ, ພ້ອມທັງສະໜັບສະໜູນຜູ້ທີ່ຢູ່ໃນສູນກັກກັນໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງພິທີການມອບ-ຮັບດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 22 ຕຸລາ ຜ່ານມາມອບໂດຍທ່ານ ນາງເພຍ ເຣເບນໂລບຣິໂຕ ຜູ້ຕາງໜ້າອົງການອຸຍນິເຊັບ ປະຈຳ ສປປ ລາວ ແລະຮັບໂດຍທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ.

   ອຸປະກອນທີ່ນຳມາມອບໃນຄັ້ງນີ້, ປະກອບມີອຸປະກອນສໍາລັບການປະຊຸມທາງໄກ 2 ຊຸດ ມອບໃຫ້ຫ້ອງການກະຊວງ ຖວທ ແລະວິທະຍຸແຫ່ງຊາດລາວ, ຄອມພິວເຕີ iMax ແລະກ້ອງຖ່າຍຮູບ 2 ໜ່ວຍ ມອບໃຫ້ໜັງສືພິມວຽງຈັນທາມ, ເຄື່ອງຈັກກ່ອບປີ້ເອກະສານ 1 ຊຸດ ແລະ ຄອມພິວເຕີໂນດບຸກ 1 ໜ່ວຍ ໃຫ້ກົມສື່ມວນຊົນ. ນອກນັ້ນ, ຍັງມີຜ້າອັດປາກ-ດັງ1.000 ກ່ອງ, ເຈວລ້າງມື 100 ກາລອນ, ເຈວລ້າງມືແບບພົກພາ 500 ກ່ອງ, ຂວດໃສ່ແອວກໍຮໍ 200 ຂວດ, ເຄື່ອງວັດແທກອຸນ ຫະພູມອິນຟາເລດ 30 ໜ່ວຍ ແລະ ເຄື່ອງວັດແທກອຸນຫະພູມອິນຟາ ເລດດີຈີຕອລ ແບບບໍ່ຕ້ອງສໍາຜັດ 15 ໜ່ວຍສໍາລັບອຸປະກອນໄອທີທີ່ໄດ້ຊ່ວຍເຫຼືອແນໃສ່ປະກອບສ່ວນເຂົ້າໃນການສະໜັບສະໜູນການຈັດຕັ້ງປະຕິບັດກິດຈະກໍາການສື່ສານປ້ອງກັນຄວາມສ່ຽງຂອງໂຄວິດ-19 ລະການມີສ່ວນຮ່ວມຂອງຊຸມຊົນ (RCCE), ລວມທັງການສື່ສານກ່ຽວກັບການສັກວັກແຊງກັນພະຍາດລະດັບຊາດ, ຊຸດອຸປະກອນປ້ອງກັນຕົວແມ່ນຈະໄດ້ແຈກຢາຍໃຫ້ຄະນະສະເພາະກິດກະຊວງ ຖວທ ແລະບຸກຄະລາກອນສື່ມວນຊົນທີ່ກ່ຽວຂ້ອງລວມທັງເດັກ ແລະແມ່ຍິງທີ່ຢູ່ໃນສູນກັກກັນ.

  ນອກຈາກນີ້, ອົງການອຸຍນິເຊັບ ຍັງຈະສະໜອງການຊ່ວຍເຫຼືອບັນຊີນໍາໃຊ້ Zoom ໃຫ້ແກ່ກະຊວງ ຖວທ ແລະວິທະຍຸກະຈາຍສຽງແຫ່ງຊາດລາວເພື່ອໃຫ້ສາມາດໃຊ້ບໍລິການປະຊຸມວິດີໂອທາງໄກໄດ້ທັງເປັນວິທີການແກ້ໄຂຄວາມຫຍຸ້ງຍາກໃນການເດີນທາງ ແລະຮັກສາໄລຍະຫ່າງທາງສັງຄົມ.