ເອັສໂອເອັສ ຫຼວງພະບາງປະກອບສ່ວນຕ້ານໂຄວິດ

ຂ່າວ: ສີສຸວັນ

 ເພື່ອປະກອບສ່ວນ ແລະເປັນກໍາລັງໃຈກະຕຸກຊຸກຍູ້ໃຫ້ແກ້ອົງການປົກຄອງບ້ານປົ່ງຫວ້ານ ນະຄອນຫຼວງພະບາງ ທີ່ໄດ້ຈັດເວນຍາມໃນການເຝົ້າລະວັງປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ຕະຫຼອດ 24 ຊົ່ວໂມງ ຕາມມາດຕະການຜ່ອນຜັນຈົນສິ້ນສຸດໃນທ້າຍເດືອນຕຸລານີ້ທາງພະນັກງານບ້ານຊ່ວຍເຫຼືອເດັກນ້ອຍ SOS ຈຶ່ງໄດ້ລະດົມກັນນໍາເອົາວັດຖຸປັດໄຈຈໍານວນໜຶ່ງລວມມູນຄ່າທັງໝົດເກືອບ 8 ແສນກີບ ໄປມອບໃຫ້ອົງການປົກຄອງບ້ານປົ່ງຫວ້ານ ໃນວັນທີ 21 ຕຸລາ 2021 ນີ້

ຈຸດປະສົ່ງກໍ່ເພື່ອເປັນການປະກອບສ່ວນກະຕຸກຊຸກຍູ້ເຂົ້າໃນວຽກງານເຝົ້າລະວັງປ້ອງກັນ ແລະການລະບາດຂອງພະຍາດໂຄວິດ-19. ປັດໄຈທີ່ນໍາມາມອບໃນຄັ້ງນີ້ຊຶ່ງໄດ້ມາຈາກການລະດົມນໍ້າໃຈຮ່ວມກັນຈາກແມ່ລ້ຽງ, ນ້າສາວ, ອຳນວຍການບ້ານ ແລະຜູ້ຊ່ວຍອຳນວຍການບ້ານຊ່ວຍເຫຼືອເດັກນ້ອຍ SOS ຫຼວງພະບາງປະກອບມີເງິນສົດ 5 ແສນກີບ, ເຈວລ້າງມື 3 ຕຸກ ແລະຜ້າອັດປາກ-ດັງ 2 ກັບ, ລວມມູນຄ່າເກືອບ 8 ແສນກີບ, ໃຫ້ກຽດກ່າວມອບໂດຍແມ່ນ ທ່ານ ທອງພັນ ວັນວິໄລ ຜູ້ຊ່ວຍອຳນວຍການບ້ານຊ່ວຍເຫຼືອເດັກນ້ອຍ SOS ຫຼວງພະບາງ ແລະກ່າວຮັບໂດຍຕາງໜ້າອົງການຈັດຕັ້ງບ້ານປົ່ງຫວ້ານ.

ໂອກາດດັ່ງກ່າວຕາງໜ້າອົງການການຈັດຕັ້ງບ້ານກໍ່ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ພະນັກງານບ້ານຊ່ວຍເຫຼືອເດັກນ້ອຍ SOS ຫຼວງພະບາງທີ່ໄດ້ປະກອບສ່ວນໃຫ້ການຊ່ວຍເຫຼືອເງິນສົດ ແລະອຸປະກອນຮັບໃຊ້ກັນເຊິ່ງເປັນການປະກອບສ່ວນອັນສຳຄັນໃນການຈັດຕັ້ງປະຕິບັດວຽກງານເຝົ້າລະວັງ ແລະປ້ອງກັນກັນການລະບາດຂອງພະຍາດໂຄວິດ-19 ທີ່ພວມແຜ່ລະບາດໃນຊຸມຊົນເປັນວົງກວ້າງ ແລະພ້ອມທີ່ຈະນໍາເອົາເງິນດັ່ງກ່າວໃຊ້ເຂົ້າໃນວຽກງານຕ້ານໂຄວິດນີ້ໃຫ້ເກີດປະໂຫຍດສູງສຸດ.