ຫາລືຄວາມຄືບໜ້າ ແລະສິ່ງທ້າທາຍຫຼັກສູດປະຖົມສຶກສາສະບັບປັບປຸງ

   ເມື່ອບໍ່ດົນມານີ້, ກະຊວງສຶກສາທິການ ແລະກີລາຮ່ວມກັບກະຊວງການຕ່າງປະເທດ ແລະການຄ້າປະເທດອົດສະຕຣາລີ ປະຈຳ ສປປ ລາວ ຈັດກອງປະຊຸມວິຊາການຂອງແຜນງານການປັບປຸງຄຸນນະພາບ ແລະຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ບີຄວາ) ຜ່ານລະບົບທາງໄກເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າ, ສິ່ງທ້າທາຍ ແລະການດໍາເນີນກິດຈະກໍາຕ່າງໆໃນການຈັດຕັ້ງປະຕິບັດຫລັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່, ໂດຍການເປັນປະທານຂອງທ່ານ ບຸນປັນ ໄຊມູນຕຣີ ຫົວໜ້າກົມແຜນການກະຊວງສຶກສາທິການ ແລະກີລາ ແລະທ່ານ ນາງ ອານ່າ ໄດສັນ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າພະແນກສຶກສາທິການ ແລະກີລາແຂວງໃນທົ່ວປະເທດ, ວິທະຍາໄລຄູ, ສະຖາບັນ ແລະສູນການສຶກສາ.

   ທ່ານ ບຸນປັນ ໄຊມູນຕຣີ ກ່າວວ່າ: ເຖິງວ່າຈະມີສິ່ງທ້າທາຍໃນໄລຍະວິກິດການຂອງການລະບາດຂອງພະຍາດໂຄວິດ-19, ແຕ່ທຸກໆຄົນໄດ້ເຮັດວຽກຢ່າງຂຸ້ນຂ້ຽວເພື່ອຊອກຫາວິທີແກ້ໄຂ ແລະຜ່ານຜ່າວິກິດດັ່ງກ່າວໄດ້, ໃນສົກຮຽນ 2021-2022, ຄູສອນຈໍານວນຫຼາຍກວ່າ 90% ໄດ້ຮັບການຝຶກອົບຮົມວິທີການຮຽນ-ການສອນແບບໃໝ່, ພ້ອມດ້ວຍ ອຸປະກອນຫຼັກສູດຊັ້ນປະຖົມສຶກສາ ປີທີ3 ສະບັບປັບປຸງໃໝ່ ແລະສື່ ການຮຽນການສອນແມ່ນໄດ້ຈັດສົ່ງແຈກຢາຍໄປເຖິງໂຮງຮຽນແລ້ວ, ສ່ວນຫຼັກສູດຊັ້ນປະຖົມສຶກສາປີທີ 4 ແມ່ນກໍາລັງຢູ່ໃນຂັ້ນຕອນການພັດທະນາ, ແຕ່ກໍຍັງມີຄວາມກັງວົນວ່າໂຮງຮຽນຫຼາຍແຫ່ງຍັງຕ້ອງໄດ້ປິດການຮຽນການສອນຢູ່, ຕໍ່ກັບບັນດາພະນັກງານສຶກສາທິການ ແລະກີລາໃນຂັ້ນສູນກາງຈົນເຖິງຂັ້ນທ້ອງຖິ່ນກໍໄດ້ສຸມໃສ່ການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ໃຫ້ສໍາເລັດເຖິງແມ່ນວ່າຈະມີສິ່ງທ້າທາຍຈາກສະພາບການລະບາດຂອງພະຍາດໂຄວິດ-19 ກໍຕາມ.

  ທ່ານ ນາງ ອານ່າ ໄດສັນ ໄດ້ກ່າວວ່າ: ໃນໄລຍະຜ່ານມາລັດຖະບານອົດສະຕຣາລີໂດຍຜ່ານແຜນງານບີຄວາ ໄດ້ສະໜັບສະໜູນກະຊວງສຶກສາທິການ ແລະກີລາໂດຍໄດ້ສໍາເລັດການຈັດພິມ ແລະ ແຈກຢາຍສື່ການຮຽນ-ການສອນ ສຳລັບປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູຂອງຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ປີທີ 3 ຈຳນວນ 612.600 ຫົວ ແລະ ແຈກຢາຍໃຫ້ທຸກເມືອງກ່ອນເປີດສົກຮຽນ, ຝຶກອົບຮົມໃຫ້ແກ່ຄູຝຶກ 663 ຄົນ ແລະຈັດຝຶກອົບຮົມຄູ ສອນຂັ້ນ 3 ແບບໜ້າເຊິ່ງໜ້າ9.645 ຄົນ ແລະຝຶກອົບຮົມຄູສຶກສານິເທດ 366 ຄົນ ໄດ້ເກືອບໝົດທຸກແຂວງຕາມແຜນທີ່ວາງໄວ້, ພ້ອມສືບຕໍ່ພັດທະນາຫຼັກສູດຊັ້ນປະຖົມສຶກສາປີທີ 4 ແລະກຽມເປີດນໍາໃຊ້ຫຼັກສູດສ້າງຄູຢູ່ວິທະຍາໄລຄູທຸກແຫ່ງໃນທົ່ວປະເທດ.