ຈໍາປາສັກສຸມໃສ່ຫຼາຍວຽກຈັດເກັບລາຍຮັບໃຫ້ໄດ້ຕາມແຜນ

  ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນປະຈໍາປີ 2018 ແລະທິດທາງແຜນການປີ 2019 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ໂດຍເຂົ້າຮ່ວມຂອງທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງໆຈໍາປາສັກ, ທ່ານ ສົມບູນ ເຮືອງວົງສາ ຫົວໜ້າພະແນກການເງິນແຂວງ, ມີການນໍາພະແນກການກົມກອງອ້ອມຂ້າງແຂວງ, ການນໍາເມືອງ, ນະຄອນປາກເຊ, ການນໍາຫ້ອງການການເງິນ 9 ເມືອງ 1 ນະຄອນ ແລະພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

  ການຈັດຕັ້ງປະຕິບັດແຜນງົບປະມານ 12 ເດືອນ ປີ 2018 ປະຕິບັດໄດ້ 1.359 ຕື້ກີບ, ລາຍຮັບປົກກະຕິໄດ້ 1.352 ຕື້ກີບ, ທຽບໃສ່ແຜນເບື້ອງຕົ້ນ ເທົ່າກັບ 90,66%, ທຽບໃສ່ແຜນດັດແກ້ ເທົ່າກັບ 90,16%, ທຽບໃສ່ໄລ ຍະດຽວປີກ່ອນ ເພີ່ມຂຶ້ນ 9,05%, ສໍາລັບແຜນຈັດເກັບລາຍຮັບງົບປະມານຂອງແຂວງຈໍາປາສັກໃນປີ 2019 ທີ່ກະຊວງການເງິນແຈ້ງໃຫ້ແຂວງຈໍາປາສັກຢ່າງເປັນທາງການແມ່ນ 1.431 ຕື້ກີບ ລວມທັງພູດສູນກາງ ແລະພູດທ້ອງ ຖິ່ນ, ທຽບໃສ່ແຜນດັດແກ້ປີ 2018 ຫຼຸດລົງ 5% ໃນນັ້ນລາຍຮັບພູດສູນກາງ 675,20 ຕື້ກີບ ທຽບໃສ່ແຜນດັດແກ້ປີ 2018 ເພີ່ມຂຶ້ນ 3% ລາຍຮັບພູດທ້ອງຖິ່ນ 756,36 ຕື້ກີບ ທຽບໃສ່ແຜນດັດແກ້ປີ 2018 ຫຼຸດລົງ 10%.

  ໃນກອງປະຊຸມຍັງໄດ້ຜ່ານຄໍາແນະນໍາຂອງເຈົ້າແຂວງໆຈໍາປາສັກ ກ່ຽວກັບການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານປີ 2019; ໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນກ່ຽວກັບວຽກງານສ່ວຍສາອາກອນ, ວຽກງານຄຸ້ມຄອງຊັບສິນພ້ອມທັງແນະນໍາວິທີການ ແລະ ມາດຕະການໃນການຈັດເກັບລາຍຮັບ 2019, ແນະນໍາກ່ຽວກັບວຽກງານຄັງເງິນ, ການປະຕິບັດວຽກງານບັນຊີແຫ່ງລັດ-ບັນຊີວິສາຫະກິດ ແລະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຈາກບາງພະແນກການ ແລະບາງເມືອງຕື່ມອີກ.

 ແນວໃດກໍດີໃນປີ 2019 ແຂວງຈໍາປາສັກ ຈະເອົາໃຈໃສ່ປະຕິບັດຫຼາຍວຽກຕົ້ນຕໍແມ່ນເອົາໃຈໃສ່ປະສານສົມທົບລະຫວ່າງພະແນກການເງິນແຂວງ, ສ່ວຍສາອາກອນ, ພາສີ, ກອງຄຸ້ມຄອງພາສີ 7, ພະແນກອຸດສາຫະກໍາ ແລະການຄ້າແຂວງເພື່ອຄຸ້ມຄອງກວດກາ ແລະເກັບພັນທະນໍາບັນດາບໍລິສັດຂາອອກ-ຂາເຂົ້າ ຢ່າງເຄັ່ງຄັດ ແລະເຂັ້ມງວດ, ຈາກນັ້ນແມ່ນ ເອົາໃຈໃສ່ຄຸ້ມຄອງ-ກວດກາບັນ ດາບໍລິສັດນໍ້າມັນເຊື້ອໄຟ, ພາຫະ ນະທັງໝົດທີ່ເຄື່ອນໄຫວພາຍໃນ ແຂວງຢ່າງລະອຽດ; ສືບຕໍ່ຈັດຕັ້ງ ຄະນະກໍາມະການເລັ່ງທວງໜີ້ຕ້ອງ ຮັບຈາກຜົນການກວດສອບ ແລະ ໜີ້ສິນທີ່ມີການໄລ່ລຽງແລ້ວໃນປີ ຜ່ານມາໃຫ້ສໍາເລັດ 100% ແລະເອົາໃຈໃສ່ປະສານສົມທົບທະນາຄານ, ເມືອງ ແລະບ້ານກ່ຽວກັບການເກັບຄ່າທໍານຽມທາງ, ການເກັບລາຍຮັບຈາກພາສີທີ່ດິນໂດຍຜ່ານລະບົບທະນາຄານໃຫ້ຖືກຈັດຕັ້ງປະຕິບັດໂດຍໄວ, ທ່ວງທັນເວລາ, ຖືກຕ້ອງ ແລະຄົບຖ້ວນ. ທັງນີ້ກໍ່ເພື່ອຈັດເກັບລາຍຮັບງົບປະມານໃນປີ 2019 ໃຫ້ບັນລຸຕາມ ແຜນການທີ່ວາງໄວ້.

ຂ່າວ: ນສພ ເສດຖະກິດ-ສັງຄົມ