ໄຟຟ້າມອດເຮັດໃຫ້ປະຊາຊົນເວເນຊູເອລາຂາດແຄນນໍ້າໃຊ້

 

 ບັນຫາກະແສໄຟຟ້າມອດໃນຫຼາຍພື້ນທີ່ຂອງນະຄອນຫຼວງກາຣາ ກັສຂອງເວເນຊູເອລາ ສົ່ງຜົນເຮັດໃຫ້ເກີດການຂາດແຄນນໍ້າປະປາຢ່າງໜັກ ປະຊາຊົນຈຳນວນຫຼາຍຕ້ອງທົນຕັກນໍ້າເປື້ອນໃນແມ່ນໍ້າມາໃຊ້. ຕາມຂ່າວຕ່າງປະເທດລາຍງານວ່າ ບັນຫາກະແສໄຟຟ້າມອດໃນຫຼາຍ ພື້ນທີ່ຂອງນະຄອນຫຼວງກາຣາກັສ ທີ່ແກ່ຍາວຕິດຕໍ່ກັນມາຫຼາຍວັນສົ່ງຜົນ ເຮັດໃຫ້ເກີດການຂາດແຄນນໍ້າປະປາຢ່າງໜັກ ປະຊາຊົນຈຳນວນຫຼາຍ ຕ້ອງທົນຕັກນໍ້າເປື້ອນໃນແມ່ນໍ້າມາໃຊ້, ໂຮງຮຽນຫຼາຍແຫ່ງຕ້ອງຢຸດ ການຮຽນການສອນ, ທຸລະກິດຮ້ານຄ້າຈຳນວນຫຼາຍຕ້ອງການປິດກິດ ຈະການ, ຕາມສະຖານີບໍລິການນໍ້າມັນໜາແໜ້ນໄປດ້ວຍລົດທີ່ລໍຖ້າໃສ່ ນໍ້າມັນ ຂະນະທີ່ແພດຕ້ອງປິ່ນປົວຄົນເຈັບທັງທີ່ໄຟມອດ.

  ດ້ານທ່ານ ນິໂກລັສ ມາດູໂຣ ປະທານາທິບໍດີຂອງເວເນຊູເອລາ ຢືນ ຢັນວ່າ ລັດຖະບານກຳລັງເລັ່ງແກ້ໄຂບັນຫາກະແສໄຟຟ້າຂັດຂ້ອງ ຂະນະ ທີ່ສະມັດຊາແຫ່ງຊາດເວເນຊູເອລາ ຊຶ່ງຝ່າຍຄ້ານຄອງສຽງສ່ວນຫຼາຍ ປະກາດໃຫ້ສະຖານະການຂາດແຄນພະລັງງານໃນເວເນຊູເອລາເປັນສະ ຖານະການສຸກເສີນ.