ຜູ້ນຳອາເມລິກາ ສະເໜີເພີ່ມງົບສ້າງກຳແພງເມັກຊິກ

  ທຳນຽບຂາວເປີດເຜີຍຮ່າງງົບປະມານສຳລັບປີ 2020 ມູນຄ່າ 4,7 ພັນຕື້ໂດລາສະຫະລັດ ຊຶ່ງຈະເລີ່ມນໍາໃຊ້ໃນເດືອນຕຸລານີ້ ໂດຍມີງົບ ປະມານສຳລັບການສ້າງກຳແພງກັ້ນຊາຍແດນອາເມລິກາ-ເມັກຊິກຈຳ ນວນ 8,6 ຕື້ໂດລາລວມຢູ່ນໍາ.

  ຕາມແຫຼ່ງຂ່າວຣອຍເຕີລາຍງານ ເມື່ອບໍ່ດົນມານີ້ ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ຈະສະເໜີຕໍ່ສະພາແຫ່ງຊາດປະເທດນີ້ກ່ຽວກັບການເພີ່ມຕື່ມບ້ວງເງິນຄ່າໃຊ້ຈ່າຍຈຳນວນ 8,6  ຕື້ໂດລາ ໃນສົກປີ 2020 ເພື່ອສະໜັບສະໜູນໃຊ້ຈ່າຍໃນການກໍ່ສ້າງກຳແພງຊາຍແດນລະຫວ່າງອາເມລິກາ ແລະເມັກຊິກ ແນໃສ່ຮັບມືກັບຊາວຜູ້ອົບພະຍົບຜິດກົດໝາຍ ພວມເຄື່ອນຍ້າຍເຂົ້າມາ ແລະໄພການຄ້າຂາຍຢາເສບຕິດ. ໃນນັ້ນ 5 ຕື້ໂດລາຈາກງົບປະມານຄວາມໝັ້ນຄົງພາຍໃນ ແລະ 3,6 ຕື້ໂດລາ ຈາກງົບປະມານການກໍ່ສ້າງກອງທັບ. ຕົວເລກ ດັ່ງກ່າວເພີ່ມຂຶ້ນ 6 ເທົ່າ ເທື່ອເມື່ອທຽບໃສ່ສະພາແຫ່ງຊາດອະນຸມັດໃຫ້ແກ່ໂຄງການເຂດຊາຍ  ແດນ ໃນປີ 2017 ແລະ 2018 ຜ່ານມາ. ນອກນັ້ນ, ຍັງສະເໜີເພີ່ມບ້ວງ ເງິນຄວາມໝັ້ນຄົງພາຍໃນສົກປີ 2020 ຂຶ້ນເປັນ 5% ເມື່ອທຽບໃສ່ປີ 2019 ຜ່ານມາ.

ຄາດວ່າຮ່າງງົບປະມານສະບັບໃໝ່ນີ້ ຈະເຮັດໃຫ້ເກີດການໂຕ້ແຍ້ງ ກັນໃນລັດຖະສະພາອີກເທື່ອໜຶ່ງ ຫຼັງຈາກບັນດາຜູ້ນໍາພັກເດໂມເຄດ ຊຶ່ງ ຄອງສຽງສ່ວນຫຼາຍໃນສະພາຜູ້ແທນຮາກຖານ ຢືນຢັນວ່າ ຈະສະກັດກັ້ນງົບປະມານທຸກຢ່າງສຳລັບການກໍ່ສ້າງກຳແພງ.

 ນສພ ເສດຖະກິດ-ສັງຄົມ