ອົງການໄອຍະການລາວ-ໄທ ຮ່ວມຫາລືຫຼາຍບັນຫາ

  ໃນວັນທີ 28 ຕຸລາ 2021  ກົມແຜນການ ແລະຮ່ວມມືກັບຕ່າງປະເທດ, ອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ ນໍາໂດຍທ່ານ ຄໍາເພັດ ສົມວໍລະຈິດ ຫົວໜ້າກົມແຜນການ ແລະຮ່ວມມືກັບຕ່າງປະເທດໄດ້ປະຊຸມທາງໄກກັບສໍານັກງານໄອຍະການຕ່າງປະເທດ, ສໍານັກງານໄອຍະການສູງສຸດແຫ່ງຣາຊະອານາຈັກໄທ, ນໍາໂດຍທ່ານ ຈູມພົນ ພັນສໍາລິດ ຫົວໜ້າສໍານັກງານໄອຍະການຕ່າງປະເທດ, ໂດຍມີພະນັກງານສອງຝ່າຍ, ມີທ່ານ ລີຊາດ ຟີລິບປາ ປະທານສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະວິຊາການ ແລະທ່ານ ນາງ ຄາໂອລິ ມາຊຸໂມະໂຕະ ຜູ້ປະສານງານເຄືອຂ່າຍການປະສານງານການຮ່ວມມືທາງອາຍາ (SEAJust) ໃນຖານະຜູ້ໃຫ້ທຶນເຂົ້າຮ່ວມ.

   ທ່ານ ຄຳເພັດ ສົມວໍລະຈິດ ໃນກອງປະຊຸມສອງຝ່າຍຕີລາຄາສູງການພົວພັນ-ຮ່ວມມືລະຫວ່າງ ສປປ ລາວ ກັບຣາຊະອານາຈັກໄທເວົ້າລວມ, ການພົວພັນ-ຮ່ວມມືລະຫວ່າງອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ກັບສໍານັກງານໄອຍະການສູງສຸດແຫ່ງຣາຊະອານາຈັກໄທເວົ້າສະເພາະໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລີກຢ່າງບໍ່ຢຸດຢັ້ງ, ໂດຍໄດ້ພ້ອມກັນທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳທີ່ໄດ້ເຊັນຮ່ວມກັນໃນ ປີ 2004, ຊຶ່ງມີຜົນສໍາເລັດຫຼາຍດ້ານເປັນຕົ້ນການແລກປ່ຽນຄະນະຜູ້ແທນ ຂັ້ນສູງ, ຂັ້ນວິຊາການ, ການຮ່ວມມືລະຫວ່າງອົງການໄອຍະການບັນດາແຂວງທີ່ມີຊາຍແດນຕິດຈອດກັນ, ການຝຶກອົບຮົມພະນັກງານໄອຍະການ ສປປ ລາວ ທີ່ປະເທດໄທ. ການແລກປ່ຽນຂໍ້ມູນຂ່າວສານກົດໝາຍ, ສອງຝ່າຍຍັງໄດ້ ປຶກສາຫາລືກ່ຽວກັບການຈັດກອງປະຊຸມຮ່ວມກັນ, ການກະກຽມຈັດກອງປະຊຸມຄັ້ງປະຖົມມະລຶກຂອງເຈົ້າໜ້າທີ່ອາວຸໂສອາຊຽນກ່ຽວກັບການຮ່ວມມືທາງອາຍາ (First SOM-MLAT) ໃນເດືອນພະຈິກ 2021, ກອງປະຊຸມເຄືອຂ່າຍການປະສານງານການຮ່ວມມືທາງອາຍາຢູ່ ສປປ ລາວ ແລານຊ່ວຍເຫຼືອທາງດ້ານວິຊາການ ແລະງົບປະມານຂອງສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະວິຊາການກໍ່ຄືເຄືອຂ່າຍການຮ່ວມມືທາງອາຍາ. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລືພາຍໃນກ່ຽວກັບການກະກຽມການພົບປະຂອງຄະນະຜູ້ແທນຂັ້ນສູງອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ ແລະຄະນະຜູ້ແທນຂັ້ນສູງສຳນັງການໄອຍະການສູງສຸດແຫ່ງຣາຊະອານາຈັກໄທໃນທ້າຍປີນີ້, ການປະຕິບັດຄໍາຮ້ອງຂໍການຮ່ວມມືທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນຈຳນວນໜຶ່ງທີ່ໄດ້ກະທໍາຜິດຢູ່ ສປປ ລາວ ແລ້ວເອົາຕົວຫຼົບໜີໄປລີ້ຊ່ອນຢູ່ຣາຊະອານາຈັກໄທເພື່ອໃຫ້ລັດຖະບານແຫ່ງຣາຊະອານາຈັກໄທພິຈາລະນາສົ່ງຕົວພວກກ່ຽວມາດໍາເນີນຄະດີຢູ່ ສປປ ລາວ ຕາມກົດໝາຍ.

   ກອງປະຊຸມຄັ້ງນີ້, ເປັນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນ, ປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມືວຽກງານໄອຍະການປະຊາຊົນຂອງ ສປປ ລາວ, ຕ້ານອາຊະຍາກຳຂ້າມຊາດ, ເຮັດໃຫ້ຜູ້ກະທຳຜິດຖືກລົງໂທດ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນ ລະເມືອງ, ເຮັດໃຫ້ສາຍພົວພັນມິດຕະພາບ ແລະການຮ່ວມມືລຫວ່າງ ສປປ ລາວ ແລະຣາຊະອານາຈັກໄທເວົ້າລວມ, ການພົວພັນ-ຮ່ວມມືລະຫວ່າງອົງການໄອຍະການ ສປປ ລາວ ແລະຣາຊະອານາຈັກໄທເວົ້າສະເພາະໄດ້ຮັບການພັດທະນາກ້າວຂຶ້ນຢ່າງມີປະສິດທິຜົນ.