ວົງ ບີທີເອສ ສ້າງປະຫວັດສາດ ເຂົ້າຊີງລາງວັນສາຂາໃຫຍ່ສຸດຂອງອາເມລິກາ

  ປະກາດອອກມາແລ້ວສຳຫຼັບລາຍຊື່ສີລະປິນທີ່ໄດ້ເຂົ້າຊີງລາງວັນ American Music Awards 2021 (AMAs) ທີ່ຈະຈັດຂຶ້ນໃນວັນທີ 22 ພະຈິກ ໂດຍ ວົງ ບີທີເອສ ກໍ່ສ້າງປະຫວັດສາດເປັນສີລະປິນ K-Pop ວົງທຳອິດທີ່ໄດ້ເຂົ້າຊີງລາງວັນສາຂາໃຫຍ່ທີ່ສຸດ Artist of The Year ຊຶ່ງຈະແຂ່ງກັບ Drake, Ariana  Grande, The Weeknd, Olivia Rodrigo ແລະTaylor Swift ທີ່ຊະນະລາງວັນນີ້ມາຫຼາຍຄັ້ງ ແລະຍັງເປັນສະຖິຕິສີລະປິນທີ່ຊະນະລາງວັນ AMAs ຫຼາຍທີ່ສຸດໃນປະຫວັດສາດມາແລ້ວ ເຖິງ 32 ຄັ້ງ.

  ນອກຈາກສາຂານີ້ແລ້ວວົງ ບີທີເອສກໍ່ໄດ້ຊີງສາຂາ Favor ite Pop Song ສຳຫຼັບເພງ Butter ໂດຍກ່ອນໜ້ານີ້ທາງວົງກໍ່ໄດ້ເຄີຍຊະນະມາແລ້ວ 6 ລາງວັນ ຕັ້ງແຕ່ປີ 2018 ຊຶ່ງກໍ່ບໍ່ເຄີຍໄດ້ຊີງລາງວັນໃຫຍ່ສຸດ Artist  of The Year ຊຶ່ງປີນີ້ກໍ່ຖືວ່າ ອາດຈະຊະນະຈາກການໃຫ້ຄະ ແນນຂອງແຟນໆເປັນຫຼັກ.

----

ໜັງສືພິມ ເສດຖະກິດ-ສັງຄົມ