ລາຍໄດ້ຈາກຊ່ອງຢູທູບ ວົງບີທີເອສ-ແບັກພິງ ຫຼາຍທີ່ສຸດໃນ ສ.ເກົາຫຼີ

  ຕ້ອງບອກເລີຍວ່າ ເປັນສອງວົງການບັນເທີງ ສ.ເກົາຫຼີທີ່ ກຳລັງມາແຮງແບບບໍ່ຢຸດເລີຍກໍ່ວ່າໄດ້ສຳລັບວົງ ບີທີເອສ ແລະວົງ ແບັກພິງ ສຳລັບວົງ ບີທີເອສ ນັ້ນປະກອບດ້ວຍສະມາຊິກທັງໝົດ 7 ຄົນ ຄື ຈິນ, ຊູກ້າ, ເຈໂຣບ, ອາເອັມ, ຈິ ມິນ, ວີ ແລະ ຈອງກຸກ ເປີດໂຕຄັ້ງທຳອິດໃນວັນທີ 13 ມິຖຸນາ ປີ 2013 ໃນສ່ວນວົງ BLACKPINK ປະກອບດ້ວຍສະມາຊິກ 4 ຄົນ: ຈີຊູ, ເຈນນີ, ໂຣເຊ ແລະລິຊາ ເປີດໂຕຢ່າງເປັນທາງການໃນວັນທີ 8 ສິງຫາປີ 2016.
  ແລະວັນນີ້ ຈະພາມາເບິ່ງລາຍໄດ້ຈາກຢູທູບຂອງທັງສອງວົງ, ໂດຍວົງ ບີທີເອສ ຈາກຊ່ອງ ສ້າງ ລາຍໄດ້ສູງສຸດທັງທີ່ຊ່ອງນີ້ບໍ່ມີເອັມວີ, ບີທີເອສ ສ້າງລາຍໄດ້ 16,4 ລ້ານໂດລາສະຫະລັດ, ມີຍອດຜູ້ຕິດຕາມຫຼາຍກວ່າ 27 ລ້ານຄົນ, ຍອດຜູ້ເຂົ້າຊົມຫຼາຍກວ່າ 12 ຕື້ຄັ້ງ, ສ່ວນແບັກພິງ ມີລາຍໄດ້ຕໍ່ປີຢູ່ທີ່ 11,6 ລ້ານໂດລາ, ມີຜູ້ຕິດຕາມ ຫຼາຍກວ່າ 64,5 ລ້ານຄົນ, ຍອດຜູ້ເຂົ້າເບິ່ງສູງເຖິງ 19 ຕື້ຄັ້ງ, ຊຶ່ງທັງສອງວົງສ້າງລາຍໄດ້ສູງທີ່ສຸດໃນຊ່ອງເຄປອບທັງໝົດ.

----
ໜັງສຶພິມ ເສດຖະກິດ-ສັງຄົມ