ກະຊວງສາທາ ໄດ້ຮັບຊຸດກວດໂຄວິດແບບໄວ

ໃນວັນທີ 4 ພະຈິກ 2021 ທີ່ກະຊວງສາທາລະນະສຸກອົງການອາຫານ ແລະການກະເສດ ແຫ່ງ ສະຫະປະຊາຊາດ (FAO) ແລະອົງການພັດທະນາສາກົນຂອງສະ ຫະລັດອາເມລິກາ (USAID) ໄດ້ມອບຊຸດກວດພະຍາດໂຄວິດ-19 ແບບໄວ (Panbio COVID- 19 rapid test kits) ຈໍານວນ 12.000 ຊຸດ ແລະນໍ້າຢາເພື່ອກວດຫາເຊື້ອພະຍາດໂຄວິ-19 ໃຫ້ແກ່ກະຊວງສາທາລະນະສຸກ, ຕາງໜ້າມອບໂດຍທ່ານ ນາຊາຣ໌ ຮາຢັດ ຜູ້ຕ່າງໜ້າອົງການ FAO ປະຈໍາລາວ ແລະ ທ່ານ ປີເຕີ ເຮ ມອນ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ແລະ ຕາງໜ້າຮັບໂດຍທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ.
ການຊ່ວຍເຫຼືອຄັ້ງນີ້, ພາຍໃຕ້ການຊ່ວຍເຫຼືອສຸກເສີນເພື່ອເສີມສ້າງຄວາມສາມາດໃນການກວດຫາເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ, ຊຶ່ງໄລຍະຜ່ານມາອົງການ USAID ແລະ ອົງການ FAO ໄດ້ສະໜອງອຸປະກອນຫຼາຍຢ່າງໃຫ້ແກ່ສູນວິເຄາະ ແລະລະບາດວິທະຍາ, ກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກເພື່ອສະໜັບສະໜູນຄວາມສາມາດໃນການກວດຫາເຊື້ອເຊັ່ນ: ຕູ້ເກັບຕົວຢ່າງ, ນໍ້າຢາກວດຫາເຊື້ອ ແລະອຸປະກອນອື່ນໆ ສໍາລັບກວດຫາເຊື້ອວິດ-19.
ໂອກາດດຽວກັນນີ້, ທ່ານ ດຣ ສະໜອງ ທອງຊະນະ ໄດ້ສະແດງຄວາມຊົມເຊີຍ ແລະຂອບໃຈມາຍັງສອງອົງການພ້ອມດ້ວຍທີມງານດັ່ງກ່າວທີ່ໄດ້ໃຫ້ການສະໜັບ ສະໜູນເພື່ອຊ່ວຍເຫຼືອລັດຖະບານລາວຕໍ່ສູ້ກັບພະຍາດໂຄວິດ-19 ທີ່ກໍາລັງລະບາດຢູ່ໃນປະຈຸບັນ.
ທ່ານ ນາຊາຣ໌ ໄດ້ກ່າວວ່າ: ອົງການ FAO ໄດ້ໃຫ້ການຢືນຢັນຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອທາງດ້ານວິຊາການແກ່ລັດຖະບານໃນການສະກັດກັ້ນການ ແຜ່ລະບາດຂອງພະຍາດໂຄວິດ- 19 ໃຫ້ໝົດໄປຈາກ ສປປ ລາວ.