ກູເກິລແນະນຳ Voice Playbook ຄູ່ມືສຳລັບເຕັກໂນໂລຊີສັ່ງການດ້ວຍສຽງ

 

  ກູເກິລແນະນຳ Voice Playbook ຄູ່ມືການພັດທະນາດ້ານເຕັກໂນໂລຊີທີ່ສາມາດຊ່ວຍໃຫ້ເຂົ້າໃຈຫຼາຍຂຶ້ນວ່າເປັນຫຍັງຜູ້ຄົນເຖິງໃຊ້ສຽງຂອງພວກເຂົາໃນການເຂົ້າ ເຖິງຂໍ້ມູນ ແລະເຄື່ອງມືອອນລາຍຫຼາຍຂຶ້ນ ຊຶ່ງນັບເປັນຄວາມທ້າທາຍໃນສ່ວນທີ່ກູເກິລໄດ້ເຊື່ອໝັ້ນເຖິງສັກກະຍະພາບຂອງເຕັກໂນໂລຊີໃໝ່ນີ້ ປະຈຸບັນສຽງບໍ່ພຽງແຕ່ມີປະໂຫຍດສຳລັບຜູ້ໃຊ້ອິນເຕີເນັດໜ້າໃໝ່ຈຳນວນຫຼາຍເທົ່ານັ້ນ, ແຕ່ຍັງເປັນຊ່ອງທາງສຳຄັນທີ່ຊ່ວຍໃຫ້ພວກເຂົາເຂົ້າສູ່ໂລກອອນລາຍໄດ້ໂດຍບໍ່ຈຳເປັນຕ້ອງມີລະດັບການສຶກ ສາເຮັດໃຫ້ພວກເຂົາສາມາດເພິ່ງຕົນເອງໄດ້ເພາະສຽງຊ່ວຍຫຼຸດຄວາມຫຍຸ້ງຍາກໃນການໂຕ້ຕອບກັບອຸປະກອນການສື່ສານຫຼຸດຄວາມຊັບຊ້ອນຈາກການພິມຂໍ້ຄວາມເປັນພາສາຕ່າງໆ ແລະ ເຮັດໃຫ້ໄດ້ຜົນທີ່ຕ້ອງການເຊັ່ນ: ຜົນຂອງຄຳຄົ້ນຫາທີ່ເຂົ້າໃຈໄດ້ງ່າຍຂຶ້ນຫຼາຍ.

  ນອກຈາກນີ້ ຜູ້ຄົນຍັງໃຊ້ສຽງເພື່ອບັນທຶກ ແລະແຊຣສິ່ງທີ່ຕົນເອງເວົ້າ ຫຼື ອອກຄຳສັ່ງເຊັ່ນ: ຄຳຄົ້ນຫາໃຊ້ຜູ້ຊ່ວຍທີ່ເໝືອນ (virtu alassistant) ແລະໃຊ້ຟັງຊັນ ຖອດສຽງເປັນຂໍ້ຄວາມໄດ້ອີກດ້ວຍ.

-----

ໜັງສືພິມ ເສດຖະກິດ-ສັງຄົມ