ຄິມອູບິນ-ຊິນມິນອາ ກຽມວິວາໃນເດືອນພະຈິກ

  ກຳລັງເປັນກະແສເວົ້າເຖິງກັນຫຼາຍທີ່ສຸດວ່າ ຄິມອູບິນ ພະເອກ ແລະນາຍແບບຊື່ດັງອາຍຸ 32 ປີ ກຽມເຂົ້າພິທີແຕ່ງດອງກັບ ຊິນມິນອາ ນາງເອກລຸ້ນເອື້ອຍ ອາຍຸ 37 ປີ ໃນເດືອນພະຈິກນີ້ ຫຼັງຈາກມັກຮັກກັນມາຕັ້ງແຕ່ປີ 2015.

  ໂດຍບັນດາແຟນເຟຊ ຂ່າວບັນເທິງ ແລະໂລກອອນລາຍຕ່າງພາກັນຕິດຕາມຂ່າວທີ່ວ່າທັງສອງກຽມເຂົ້າພິທີແຕ່ງດອງກັນໃນເດືອນພະຈິກນີ້, ທັງນີ້ ຊິນມິນອາ ແລະຄິມອູບິນ ພົບຮັກກັນໃນກອງຖ່າຍໂຄສະນາຍີ່ຫໍ້ແຟຊັ່ນຊື່ດັງເຖິງແມ່ນວ່າຝ່າຍຍິງຈະອາຍຸຫຼາຍກວ່າ ແຕ່ພາບທີ່ລາວຄອ່ຍຄຽງຂ້າງເບິ່ງແຍງ ຄິມອູບິນ ໃນໄລຍະເວລາທີ່ ຕ້ອງປິ່ນປົວພະຍາດມະເຮັງໂພງດັງຕັ້ງແຕ່ປີ 2017 ເປັນຕົ້ນມາຈົນກະທັ້ງຟື້ນຕົວ ແລະໄດ້ກັບມາເຮັດວຽກໃນວົງການບັນເທິງອີກຄັ້ງໃນປີທີ່ຜ່ານມາເຮັດໃຫ້ຫຼາຍຄົນຊື່ນຊົມ ແລະປະທັບໃຈຫຼາຍ.

----

ໜັງສືພິມ ເສດຖະກິດ-ສັງຄົມ