19 ໂຮງຮຽນເປົ້າໝາຍເມືອງແປກ ອົບຮົມຂຽນຮ່າງປະຫວັດນັກຮຽນຈົບຊັ້ນ

  ວັນທີ 6 ມີນາ 2019 ຜ່ານມານີ້ ໜ່ວຍງານສາມັນສຶກສາຂອງ ຫ້ອງການສຶກສາທິການ ແລະກີລາເມືອງ (ສກມ)  ແປກ  ແຂວງຊຽງ ຂວາງ ໄດ້ຈັດຝຶກອົບຮົມໃຫ້ຄູ-ອາ  ຈານສອນ 19  ໂຮງຮຽນເປົ້າໝາຍ ຜູ້ທີ່ຮັບຜິດຊອບວຽກງານປະກອບ ປະຫວັດນັກຮຽນຂັ້ນຮຽນ ມ.4 ແລະມ.7 ຢູ່ທີ່ສະໂມສອນໂຮງຮຽນ ມສ ສີບຸນເຮືອງ ເມືອງແປກ ໂດຍ ໃຫ້ກຽດເຂົ້າຮ່ວມ ແລະກ່າວເປີດ ຊຸດອົບຮົມຂອງທ່ານ ສົມສະນິດ ວິລິວົງ ຫົວໜ້າຫ້ອງການ (ສກມ) ແປກ,  ມີຄູຝຶກ ແລະສໍາມະນາກອນ ເຂົ້າຮ່ວມ. ທ່ານ ນາງ ສີແພງວັນ ສິມທະລັງສີ ວິຊາການໜ່ວຍງານສາມັນ ສຶກສາຫ້ອງການ (ສກມ) ແປກ ໄດ້ກ່າວໃຫ້ຮູ້ເຖິງຈຸດປະສົງຂອງ ການຝຶກອົບຮົມຄັ້ງນີ້ແມ່ນເພື່ອໃຫ້ ຄູຜູ້ຮັບຜິດຊອບວຽກງານປະກອບ ຂໍ້ມູນກ່ຽວກັບຮ່າງປະຫວັດນັກ ຮຽນຊັ້ນ ມ.4 ແລະມ.7 ຊຶ່ງເປັນຂັ້ນຮຽນສຸດທ້າຍໃນຊັ້ນມັດທະຍົມ  ຕອນຕົ້ນ ແລະຕອນປາຍຮູ້ ແລະ ເຂົ້າໃຈການລົງໂປຣແກຣມຖານຂໍ້ ມູນໃນຄອມພີວເຕີ,  ການເອົາຮູບຕິດ ບັດນັກຮຽນເຂົ້າຮ່າງທະບຽນ, ການລົງໂປຣແກຣມ Kutools for Excel, ການຕິດຕັ້ງໂປຣແກຣມ  PDF ແລະການນຳໃຊ້ສື່ສານແບບ Online ເຂົ້າໃນການສົ່ງເອກະ ສານ. ໃນນັ້ນມີຄູອາຈານຜູ້ຮັບຜິດ ຊອບວຽກງານດັ່ງກ່າວ 19 ໂຮງຮຽນທັງພາກລັດ ແລະເອກະຊົນ ໃນທົ່ວເມືອງເຂົ້າຮ່ວມ.ທ່ານ ນາງ ສີແພງວັນ ສິມທະ ລັງສີ  ໃຫ້ຮູ້ຕື່ມອີກວ່າຫຼັງຈາກສຳ ເລັດການຝຶກອົບຮົມຊຸດນີ້ແລ້ວ ແມ່ນໃຫ້ຄູຜູ້ຮັບຜິດຊອບໄປຖ່າຍ ທອດຕໍ່ໃຫ້ຄູສອນຜູ້ທີ່ຈະສືບທອດວຽກງານດັ່ງກ່າວໃນຕໍ່ໜ້າເພື່ອໃຫ້ເຂົາເຈົ້າມີຄວາມຮູ້ພື້ນຖານໃນ ການນໍາໃຊ້ໃນຂັ້ນຕໍ່ໄປ.

 ໂອກາດນີ້ທ່ານ ສົມສະນິດ ວິ ລິວົງ ໄດ້ມີຄໍາຄິດຄຳເຫັນພ້ອມທັງເຊື່ອໝັ້ນຕໍ່ສໍາມະນາກອນທີ່ເຂົ້າຮ່ວມຊຸດຝຶກອົບຮົມຈະພ້ອມກັນຕັ້ງ ໃຈຄົ້ນຄວ້າສົນທະນາແລກປ່ຽນ ບົດຮຽນຮັບເອົາຄວາມຮູ້ນໍາຄູຝຶກ ເຕັມເມັດເຕັມໜ່ວຍພ້ອມທັງນໍາເອົາ ບົດຮຽນໄປໝູນໃຊ້ເຂົ້າໃນວຽກງານຕົວຈິງທີ່ຕົນເອງຮັບຜິດຊອບໃຫ້ ເກີດດອກອອກຜົນສູງສຸດ.