ຈັນນະພາ ວາງນິໄສທັດເຮັດທຸລະກິດຄຽງຄູ່ສັງຄົມ

   ຈາກຄວາມດຸໝັ່ນອົດທົນຂະຫຍັນບວກກັບຄວາມຝັນແຕ່ນ້ອຍເຮັດໃຫ້ ນາງ ຈັນນະພາ ວົງສະໝໍລະພູມ ປະທານກຸ່ມ ບໍລິສັດ ຊີເອັນພີ ຂາອອກ-ຂາເຂົ້າ ຈຳກັດຊຶ່ງຕະຫຼອດ 20 ປີຖືວ່າເປັນຍິງລາວທີ່ສາມາດເຮັດວຽກແຂ່ງຂັນທຽບກັບເພດຊາຍໃນວົງທຸລະກິດ ແລະຢູ່ໃນລະດັບແຖວໜ້າທີ່ປະສົບຜົນສຳເລັດເມື່ອບໍ່ດົນມານີ້ ທ່ານນາງ ຈັນນະພາ ວົງສະໝໍລະພູມ ໃຫ້ສຳພາດນັກ ຂ່າວໜັງສືພີມເສດຖະກິດ-ສັງຄົມເນື່ອງ ໃນໂອກາດວັນແມ່ຍິງຄົບຮອດ 106 ປີ ໃຫ້ຮູ້ວ່າ: ຕົນເອງມີຄວາມພູມໃຈເກີດເປັນຄົນລາວ ແລະເປັນນັກທຸລະກິດຍິງລາວຈາກຊີວິດເມື່ອກ່ອນຕອນຍັງນ້ອຍຕົນເອງແມ່ນມີຄວາມຝັນມັກຮັກຢາກມີທຸລະກິດ ແລະບວກກັບຄວາມອົດທົດສູ້ຊົນ ຈົນມາຮອດປະຈຸບັນຕົນເອງກໍ່ປະສົບຜົນສຳເລັດຫຼາຍຢ່າງ.

  ນາງ ຈັນນະພາ ໃຫ້ຮູ້ຕື່ມວ່າ: ກ່ອນຕົນເອງຈະປະສົບຜົນສຳເລັດມື້ນີ້ກໍ່ຕ້ອງຂອບໃຈທາງພາກລັດເປີດໂອກາດຜູ້ຍິງໄດ້ມີບົດບາດທຸລະກິດ ແລະ ສຳລັບບົດ ບາດໜ້າທີ່ປະຈຸບັນຖືວ່າແມ່ຍິງລາວເຮົາກໍ່ສາມາດປະສົບຜົນສຳເລັດຫຼາຍດ້ານບໍ່ວ່າເປັນພາກລັດ ແລະເອກະຊົນຕ່າງລ້ວນສະແດງໃຫ້ເຫັນເວທີສາກົນຄຳແມ່່ຍິງການເຮັດວຽກບ້ານວຽກເຮືອນຄວາມລະອຽດແລະການຮັບຜິດຊອບກໍ່ຖືວ່າສູງແຕ່ທີ່ສຳຄັນເຮົາຕ້ອງຮູ້ຈັກການແບ່ງເວລາເປັນກໍ່ຈະບໍ່ກະທົບວຽກງານວຽກຄອບຄົວ.

  ສຳລັບກຸ່ມບໍລິສັດ ຊີເອັນພີ ຂາອອກ- ຂາເຂົ້າ ຈຳກັດແມ່ນດຳເນີນທຸລະກິດປະກອບມີ ບໍ່ແຮ່, ກໍ່ສ້າງ, ການຄ້າ, ທ່ອງທ່ຽວ ແລະອື່ນໆ. ຊຶ່ງເຮັດໜ້າທີ່ຄຽງຄູ່ສັງຄົມໂດຍຮ່ວມພາກລັດໂດຍສະເພາະເທດສະການປີໃໝ່ລາວໄດ້ມີການລົງທຶນ ແລະພັດທະນາໃຫ້ເປັນແຫ່ຼງທ່ອງທ່ຽວ ແລະເທດສະການພະທາດຫຼວງລົງ ທຶນສ້າງເຮືອນລາວ.

   ເນື່ອງໃນໂອກາດວັນທີ 8 ມີນາ 2019 ຊຶ່ງເປັນວັນແມ່ຍິງສາກົນຄົບຮອບ 109 ປີ (8 ມີນາ1910-8 ມີນາ2019) ທ່ານໄດ້ຝາກເຖິງແມ່ຍິງລາວບໍ່ວ່າ ເປັນພາກລັດ ແລະເອກະຊົນຂໍໃຫ້ຍິງລາວທົ່ວໜ້າປະສົບຜົນສຳເລັດໜ້າທີ່ວຽກງານທີ່ສຳຄັນຕ້ອງມີຄວາມດຸໝັ່ນຂະຫຍັນພຽນບໍ່ວ່າເປັນວຽກບ້ານ, ທຸລະກິດຖ້າເຮົາມີເວລາໃຊ້ໃຫ້ເປັນຈະບໍ່ເປັນອຸກປະສັກໃນການເຮັດວຽກຂອງເຮົາ.

ຂ່າວ: ບຸນນິກ