ຢາປິ່ນປົວໂຄວິດ ເຈເອສ 016 ຂອງຈີນ ເລີ່ມທົດລອງໃນມະນຸດແລ້ວ

  ຢາຕ້ານໄວຣັດສຳລັບປິ່ນປົວຄົນເຈັບທີ່ຕິດເຊື້ອໂຄວິດ-19 ເຈເອສ 016 ຂອງສປ ຈີນ ເລີ່ມເຂົ້າສູ່ການທົດລອງທາງຄລິນິກໄລຍະທີ່ 3 ໃນຕ່າງປະເທດແລ້ວ.

  ຕາມຂ່າວຕ່າງປະເທດລາຍງານວ່າ: ສະຖາບັນຈຸລາຊິວະວິທະຍາສັງກັດສະຖາບັນບັນດິດວິທະຍາສາດຈີນ ແລະບໍລິສັດຊຽງໄຮ້ຈະວິນສື ໄບໂອໄຊເອນ ເປີດເຜີຍວ່າຢາຕ້ານໄວຣັດສຳລັບການປີ່ນປົວຄົນເຈັບທີ່ຕິດເຊື້ອໂຄວິດ-19 ທີ່ມີຊື່ວ່າ ເຈເອສ016 (JS016) ຊຶ່ງທັງສອງພັດທະນາຮ່ວມກັນ ແລະໄດ້ຈົດລິຂະສິດເລີ່ມເຂົ້າສູ່ການທົດລອງທາງຄລິນິກໄລຍະທີ່ 3 ໃນຕ່າງປະເທດແລ້ວ, ຊຶ່ງຢາເຈເອສ 016 ເປັນຢາປິ່ນປົວໂຄວິດ-19 ໃນກຸ່ມໂມໂນ ໂຄລນອານແອນຕິບໍດີ (monoclonal antibody) ໂຕທຳອິດຂອງໂລກທີ່ເຂົ້າສູ່ການທົດລອງທາງຄລິນິກກັບມະນຸດທີ່ມີສຸຂະພາບແຂງແຮງຄະນະວິໄຈສຳເລັດການທົດລອງໄລຍະ 2 ໃນຫຼາຍສູນທົ່ວໂລກ ໃນເດືອນພະຈິກໂດຍຜົນການທົດລອງເບື້ອງຕົ້ນສະໜັບສະໜູນຄວາມປອດໄພ ແລະປະສິດທິພາບຂອງຢາເຈເອສ 016 ສະແດງໃຫ້ເຫັນວ່າຢາດັ່ງກ່າວສາມາດຫຼຸດ ຄວາມເຂັ້ມຂຸ້ນຂອງເຊື້ອໄວຣັດໃນຮ່າງກາຍຜູ້ເຂົ້າຮ່ວມການທົດລອງ ແລະຫຼຸດຄວາມສ່ຽງທີ່ຈະເກີດອາການເຈັບເປັນຮ້າຍແຮງ.

   ທ່ານ ຫຍຽນ ຈິ່ງຫົວ ນັກວິໄຈສະຖາບັນກ່າວວ່າ: ມີການໃຊ້ ຢາເຈເອສ 016 ເພື່ອປິ່ນປົວໃນກໍລະນີສຸກເສີນໃນ 15 ປະເທດ ລະມີການສົ່ງຢາໂຕນີ້ໄປຍັງຕ່າງ ປະເທດຫຼາຍກວ່າ 500.000 ໂດສ ແລ້ວນອກຈາກນັ້ນກະຊວງວິທະຍາສາດ ແລະເຕັກໂນໂລຊີຂອງຈີນຍັງໄດ້ຈັດສັນຢາດັ່ງກ່າວຈຳນວນ 3.000 ໂດສ ເພື່ອປິ່ນປົວຄົນເຈັບທີ່ຕິດເຊື້ອໂຄວິດພາຍໃນປະເທດ.