ສໍາເລັດແລ້ວສະຖານີ ລົດໄຟລາວ-ຈີນ ທີ່ຫຼວງພະບາງ

ຂ່າວ: ສີສຸວັນ

 ສະຖານີຂົນສົ່ງໂດຍສານຂອງທາງລົດໄຟລາວ-ຈີນ ໄດ້ສໍາເລັດທັງໝົດແລ້ວຫຼ້າສຸດແມ່ນການກໍ່ສ້າງສະຖານີຫຼວງພະບາງຊຶ່ງຮັບເໝົາກໍ່ສ້າງໂດຍກຸ່ມບໍລິສັດກໍ່ສ້າງທາງລົດໄຟ ສປ.ຈີນ ການຕົບແຕ່ງສະຖານີຫຼວງພະບາງມີລັກສະນະໂດດເດັ່ນທາງດ້ານວັດທະນະທໍາທີ່ປະສົມປະສານກັບແບບຕົ້ນໂພວັດຊຽງທອງ ແລະລວດລາຍດອກບົວ ຈາກຫໍພິພິທະພັນ (ພະລາດຊະວັງ) ແລະຈາກບ່ອນອື່ນໆ ທັງຍັງເປັນເຄື່ອງໝາຍໃນການສໍາເລັດອາຄານສະຖານີ 10 ແຫ່ງ ຂອງເສັ້ນທາງລົດໄຟ ລາວ-ຈີນ ຊ່ວງບໍ່ເຕັນ-ນະຄອນຫຼວງວຽງຈັນ ແລະໄດ້ເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການເປີດນຳໃຊ້ທາງລົດໄຟລາວ-ຈີນ ທີ່ມີຄຸນນະພາບສູງ.

  ແຫຼ່ງຂ່າວຈາກກຸ່ມບໍລິສັດກໍ່ສ້າງທາງລົດໄຟ ສປ.ຈີນ ໄດ້ແຈ້ງໃຫ້ຮູ້ໃນວັນທີ 23 ພະຈິກ 2021 ນີ້ວ່າ: ຫຼັງຄາຂອງອາຄານສະຖານີມີໂຄງສ້າງແບບສາມລວງຕັ້ງໜຶ່ງລວງຂວາງຊຶ່ງມີຄວາມໂຄ້ງຫຼາຍ ແລະປະສົມປະສານກັບຫຼັງຄາແບບຊົງຈົ່ວຊຶ່ງໂຄງສ້າງເຫຼັກນັ້ນມີຫຼາຍເຖິງ 5 ຊັ້ນ ແລະໃຊ້ວັດສະດຸຫຼາຍກວ່າ 500 ຊະນິດ, ມີຫຼາຍຂັ້ນຕອນການປະກອບ ແລະຕິດຕັ້ງຖືໄດ້ວ່າມີຄວາມຫຍຸ້ງຍາກໃນການກໍ່ສ້າງເປັນອັນດັບຕົ້ນໆ ແລະ ຕໍ່ກັບບັນຫາດັ່ງກ່າວທາງໂຄງການຈຶ່ງໄດ້ສ້າງແຜນງານພິເສດຂຶ້ນໄດ້ນໍາໃຊ້ເຕັກໂນໂລຊີ BIM ຈໍາລອງແບບກໍ່ສ້າງເພື່ອປັບຈຸດເຊື່ອມຕໍ່ລະຫວ່າງໂຄງເຫຼັກກັບໂຄງເບຕົງສາມາດຊ່ວຍໃນການກໍ່ສ້າງໃຫ້ມີປະສິດທິພາບສູງຊຶ່ງໃຊ້ເວລາ 161 ວັນ ໃນທີ່ສຸດກໍ່ສໍາລັດການກໍ່ສ້າງຂອງພາກສ່ວນຫຼັງຄາ, ປະຈຸບັນນີ້ທາງລົດໄຟລາວ-ຈີນ ໄດ້ສໍາເລັດການກໍ່ສ້າງ ແລະກວດຮັບເປັນທີ່ຮຽບຮ້ອຍແລ້ວຊຶ່ງຈະເປີດການນໍາໃຊ້ໃນເດືອນທັນວາຂອງປີນີ້.

   ສະຖານີດັ່ງກ່າວຕັ້ງຢູ່ເມືອງມໍລະດົກໂລກເປັນເມືອງທີ່ມີຊື່ສຽງທາງດ້ານວັດທະນະທໍາ ແລະສະຖານທີ່ທ່ອງທ່ຽວທີ່ຂຶ້ນຊື່ຂອງປະເທດລາວຊຶ່ງເອີ້ນຂານວ່າເມືອງຫຼວງພະບາງນະຄອນຫຼວງບູຮານພັນປີ”, ສະຖານີແຫ່ງນີ້ມີເນື້ອທີ່ກໍ່ສ້າງທັງໝົດ 7.970 ຕາແມັດ ແລະມີຂະໜາດໃຫຍ່ຮອງລົງມາຈາກສະຖານີນະຄອນຫຼວງວຽງຈັນ ແລະໄດ້ຕິດຕັ້ງເປັນ 2 ບ່ອນຂຶ້ນລົງລົດ ແລະ 4 ເສັ້ນ ທາງລົດໄຟຊຶ່ງຈະເປີດເປັນບ່ອນຂົນສົ່ງໂດຍສານ ແລະຂົນສົ່ງສິນຄ້າ.