ຫຼໍ່ມວນສານຫຼຽນພຣະເຈົ້າໃຫຍ່ອົງຕື້-ວັດພຣະທາດອີງຮັງ

ພິທີຫຼໍ່ມວນສານຫຼຽນພຣະ ເຈົ້າໃຫຍ່ອົງຕື້-ວັດພຣະທາດອີງຮັງ ໄດ້ຈັດຂຶ້ນໃນວັນທີ 19 ພະຈິກ 2021 ກົງກັບມື້ຂຶ້ນ 12 ຄໍ່າເດືອນ 12 ພ.ສ 2564 ທີ່ບໍລິເວນເດີ່ນພຣະທາດອີງຮັງ, ໂດຍການເປັນປະທານຝ່າຍສົງຂອງ ພຣະອາຈານ ສົມຈັນ ທັມມະວະໂຣ ເຈົ້າຄະນະ ອພສ ນະຄອນໄກສອນ ພົມວິຫານ, ຝ່າຍຄະລາວາດປະກອບມີທ່ານ ແຖ່ນແກ້ວ ພົມບິດາ ຮອງເຈົ້ານະ ຄອນໄກສອນ ພົມວິຫານ, ທ່ານ ມົງກຸດເພັດ ວົງພະຈັນ ຮອງຫົວ ໜ້າພະແນກຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວແຂວງ, ມີການນຳຂັ້ນຕ່າງໆຂອງແຂວງ ແລະນະຄອນໄກສອນພົມວິຫານ, ເຈົ້າພາບ-ເຈົ້າສັດທາ ພ້ອມດ້ວຍອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ເຈົ້າສັດທາສ້າງຫຼຽນໃນຄັ້ງນີ້ນຳໂດຍທ່ານ ອາລຸນຊະນະ ພິມພິສານ ປະທານບໍລິສັດເຟີມ່າ ຈຳກັດ ພ້ອມທັງໄດ້ໃຫ້ສຳພາດວ່າ: ການສ້າງຫຼຽນຄັ້ງນີ້ມີຂະໜາດກວ້າງ 1,7 ຊັງຕີແມັດ, ສູງ 2,9 ຊັງຕີແມັດ, ດ້ານໜ້າຂອງຫຼຽນປະກອບດ້ວຍຮູບເໝືອນພຣະເຈົ້າໃຫຍ່ອົງຕື້ນັ່ງຖານດອກບົວທີ່ມີລາຫູອູ້ມດວງ, ອ້ອມຂ້າງດ້ວຍພຣະຍາ ນາກ, ສ່ວນດ້ານຫຼັງເປັນຮູບຈຳລອງພຣະທາດອີງຮັງຊຶ່ງໄດ້ຕັ້ງຊື່ຫຼຽນນີ້ວ່າ: ຫຼຽນພຣະເຈົ້າໃຫຍ່ອົງຕື້-ວັດພຣະທາດອີງຮັງ, ຮຸ່ນລໍ້າລວຍປາລະມີ, ການສ້າງຫຼຽນຄັ້ງນີ້ຈະສ້າງຂຶ້ນຈຳນວນ 10.000 ຫຼຽນ, ປະກອບມີຫຼາຍປະເພດເຊັ່ນ: ຫຼຽນເນື້ອຄຳບໍລິສຸດ (ຄຳ 96,5%) ລົງຢາແດງໜ້າ-ຫຼັງ, ຈາກນັ້ນກໍ່ມີຫຼຽນເນື້ອເງິນບໍລິສຸດ, ຫຼຽນເນື້ອເງິນໜ້າກາກຄຳສອງດ້ານລົງຢາແດງໜ້າ-ຫຼັງ, ຫຼຽນເນື້ອເງິນໜ້າກາກຄຳສອງດ້ານລົງຢາຟ້າໜ້າ-ຫຼັງ, ຫຼຽນເນື້ອເງິນບໍລິສຸດ, ຫຼຽນເນື້ອເງິນບໍລິສຸດລົງຢາແດງ, ຫຼຽນເນື້ອເງິນບໍລິສຸດລົງຢາຟ້າ, ຫຼຽນເນື້ອເງິນບໍລິສຸດລົງຢາຂຽວ ແລະຫຼຽນເນື້ອກົ່ວ, ຈາກນັ້ນຍັງມີຮຸ່ນເນື້ອຕ່າງໆຫຼາຍແບບໃຫ້ເລືອກຕື່ມອີກ.

ຈຸດປະສົງກໍ່ເພື່ອພາຍຫຼັງຈຳໜ່າຍຫຼັກຄ່າໃຊ້ຈ່າຍອອກແລ້ວ, ສ່ວນທີ່ເຫຼືອທັງໝົດຈະໄດ້ປະກອບສ່ວນໃນການພັດທະນາ, ບູລະນະໃຫ້ແກ່ວັດທາດອີງຮັງ ແລະປະກອບສ່ວນໃຫ້ແກ່ສັງຄົມເປັນຕົ້ນຈະສ້າງຫ້ອງນໍ້າໃຫ້ແກ່ວັດພຣະທາດອີງຮັງຈຳນວນ 12 ຫ້ອງ, ພ້ອມທັງຈະໄດ້ສ້າງຫໍສຳຫະ ແລະສ້າງປະຕູທາງເຂົ້າຫໍປັດຈາຢູ່ວັດທາດອີງຮັງ, ພ້ອມທັງຈະໄດ້ຊ່ວຍຄ່າຮັກສາ, ຄ່າຢາຍາລຳພັນໄຊບຸນກອງເຈົ້າອະທິການວັດທາດອີງຮັງທີ່ເປັນອຳມະພຶກ-ອຳມະພາດມາ 13 ປີ, ນອກນັ້ນ ກໍ່ຈະໄດ້ປະກອບສ່ວນຊື້ວັດຖຸອຸປະກອນໃຫ້ແກ່ຫ້ອງການຕ່າງໆຂອງນະຄອນ ໄກສອນພົມວິຫານ, ຊື້ອຸປະກອນການແພດໃຫ້ແກ່ໂຮງໝໍແຂວງ ແລະຈະໄດ້ປະກອບສ່ວນໃຫ້ໜ່ວຍກູ້ໄພແຂວງສະຫວັນນະເຂດໃນການຊື້ອຸປະກອນປະຖົມພະຍາບານພ້ອມເຄື່ອງໃຊ້ຈຳເປັນຈຳນວນໜຶ່ງ, ຄາດວ່າຫຼຽນດັ່ງກ່າວມານີ້ຈະເປີດຈັບຈອງ ແລະຈຳໜ່າຍໄດ້ໃນທ້າຍປີນີ້.