ອາຫານ 5 ຊະນິດ ທີ່ທຳລາຍລະບົບພູມຄຸ້ມກັນ ໂດຍທີ່ບໍ່ຮູ້ຕົວ

           ອາຫານ 5  ຊະນິດທີ່ສົ່ງຜົນ ເສຍຕໍ່ລະບົບພູມຄຸ້ມກັນບໍ່ວ່າຈະ ເປັນອາຫານກະປ໋ອງ, ຕ້ານເຊື້ອ ແລະອື່ນໆ.

  1. -ອາຫານກະປ໋ອງ: ພາຍໃນບັນຈຸພັນຂອງອາຫານກະປ໋ອງມີ ສານໄບຟີນອົນຫລື BPA ສານນີ້ສາມາດເປັນອັນຕະລາຍຕໍ່ລະບົບພູມຄຸ້ມກັນຂອງຮ່າງກາຍ.
  2. -ມົນລະພິດທາງອາກາດ: ສານໂພລີໄຊຄລິກອະໂຣມາຕິກທີ່ມາຈາກອາກາດປົນເປື້ອນສົ່ງຜົນ ເສຍຕໍ່ລະບົບພູມຄຸ້ມກັນ.
  3. -ນອນຫຼັບບໍ່ພຽງພໍ. ການ ນອນຫຼັບທີ່ບໍ່ພຽງພໍຫຼຸດຈຳນວນ ຂອງເຊລທີ່ຕໍ່ສູ້ກັບການຕິດເຊື້ອຄົົນທີ່ຫຼັບພຽງສີ່ຊົ່ວໂມງໃນໄລຍະເວລາ               ກາງຄືນຈຳນວນຂອງແອນຕິບໍດີທີ່ຕໍ່ສູ້ກັບໄຂ້ຫວັດຈະຫຼຸດລົງເຖິງ 50%.
  4. -ການຂາດນ້ຳ: ນ້ຳ ແລະ ຂອງແຫລວອື່ນໆເຮັດຄວາມສະ ອາດຮ່າງກາຍຈາກສານພິດທີ່ເປັນ ອັນຕະລາຍ ແລະນຳສານອາຫານ ໄປຢັບຢັງເຊວທຸກເຊວໃນຮ່າງ ກາຍເຮົາຫຼາຍຄົນດື່ມນ້ຳບໍ່ພຽງພໍໃນແຕ່ລະມື້ ແລະເຮົາບໍ່ຄຳນຶງເຖິງ ມັນຄວນດື່ມນ້ຳໃຫ້ຫຼາຍຂຶ້ນ.
  5. -ຢາຂ້າແມງໄມ້: ການໃຊ້ຢາ ຂ້າແມງໄມ້ທີ່ເປັນພິດໃນຄົວເຮືອນ ແລະສວນເປັນການເພີ່ມຄວາມສ່ຽງຂອງພະຍາດພູມແພ້ໂຕເອງ ຜູ້ທີ່ໃຊ້ຢາຂ້າແມງໄມ້ຢ່າງນ້ອຍ 6 ເທື່ອຕໍ່ປີ ມີທ່າອ່ຽງເຖິງ 2.5 ເທົ່າ ທີ່ຈະພັດທະນາມາເປັນພະຍາດໄຂຂໍ້ອັກເສບ.
  6. ຮຽບຮຽງໂດຍ: ຟ້າ