ກະເປົ໋າລາວປະຍຸກ ໄຜ່ເອກະລັກ ສິນຄ້າດີມີຄຸນນະພາບ

ຂ່າວ: ບຸນນິກ

ປະຈຸບັນບ້ານເຮົາຖືວ່າເວົ້າເລື່ອງຫັດຖະກຳແມ່ນໄດ້ຮັບຄວາມນິຍົມທັງພາຍໃ ລະຕ່າງປະເທດທີ່ສຳຄັນແມ່ນສາມາດສົ່ງເສີມສ້າງວຽກເຮັດງານທຳໃຫ້ປະຊາຊົນເຊັ່ນ: ຮ້ານກະເປົ໋າລາວປະຍຸກ ໄຜ່ເອກະລັກ ທີ່ເພິ່ນມີຄວາມມັກໃນຄວາມເປັນລາວທີ່ເພິ່ນອະນຸລັກຜະລິດກະເປົ໋າເຄື່ອງຫັດຖະກຳເນັ້ນໃສ່ໃຈຄຸນນະພາບມາດຖານຖືວ່າເປັນແຖວໜ້າເມືອງລາວທີ່ເພິ່ນບໍລິການມາ 20 ກວ່າປີເປັນທີ່ຍອມຮັບສັງຄົມພາຍໃນ ແລະຕ່າງປະເທດ.

ທ່ານ ນາງ ຂັນແກ້ວ ໄຊສະນິດ ເຈົ້າຂອງຮ້ານກະເປົ໋າລາວປະຍຸກໄຜ່ເອກະລັກໃຫ້ສຳພາດນັກຂ່າວພວກເຮົາຮູ້ວ່າ: ຮ້ານເປີດປີ 1999 ຜະລິດກະເປົ໋າໄມ້ໄຜ່, ກະເປົ໋າຫວາຍ. ກະເປົາຜ້າ, ກະເປົ໋າໜັງປະສົມ, ເຄື່ອງຫັດຖະກຳເຄື່ອງທີ່ລະນຶກຕ່າງໆ, ເຄື່ອງຮັບໃຊ້ກອງປະຊຸມ, ສຳມະນາປະເພດກະເປົ໋າພິມສັນຍາລັ ລະແຟ້ມເອກະສານ, ປຶ້ມ ແລະອື່ນໆນອກຈາກນີ້ຍັງຮັບຝຶກອົບຮົມ ແລະສຳມະນາໃຫ້ຄຳປຶກສາການຫຍິບກະເປົາ, ອອກແບບ ແລະແຕ້ມແບບ. 

ຜ່ານການນຳເນີນກິດຈະການມາມີຜົນຕອບທີ່ດີລູກຄ້າຄົນລາວ ແລະຄົນຕ່າງຊາດກໍນິຍົມສີນຄ້າລາວຫຼາຍຂຶ້ນໂດຍຈຸດເດັ່ນຂອງຮ້ານແມ່ນມີສີນຄ້າຫຼາຍຮູບແບບສີນຄ້າຈະມີເອກະລັກໂດດເດັ່ນດ້ວຍສີມືຄົນລາວ ແລະນຳໃຊ້ວັດຖຸດິບຈາກທຳມາຊາດມາຜະລິດມີທັງແບບເດີມ ແລະແບບມາປະສົມປະສານປະຍຸກຈາກຮູບແບບທີ່ໃຫ້ຮູບແບບໂຄງເຄົ້າເດີມໃຫ້ໄປຕາມຍຸກສະໄໝ.

ຮ້ານກະເປົາລາວປະຫຍຸກ ໄຜ່ເອກະລັກ ຕັ້ງຢູ່ບ້ານທົ່ງຕູມ ໃກ້ໄຟແດງໂຮງກາຍຍະສິນ ຫຼືໂທສອບຖາມເພິ່ນເບີໂທ 02055  621907, 02057033234