ປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ

ຂ່າວ: ພຸດທະສອນ

ວັນທີ 3 ທັນວານີ້ທີ່ຫ້ອງປະຊຸມພະແນກແຜນການ ແລະການລົງທຶນ (ພຜທ) ແຂວງເຊກອງ ໄດ້ຈັດພິທີປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2020 ໂດຍການເຂົ້າຮ່ວມຂອງທ່ານ ແສງໂນພາ ມິກດາວົງ ຮອງເລຂາ ຄຊປປລ ແຂວງ, ມີຄະນະໜ່ວຍພັກຮາກຖານ, ອົງການຈັດຕັ້ງມະຫາຊົນ, ສະມາຊິກຊາວໜຸ່ມພາຍໃນ ພຜທ ພ້ອມດ້ວຍຄະນະກໍາມະການປະເມີນຂໍ້ແຂ່ງຂັນ 4 ບຸກຂັ້ນແຂວງເຂົ້າຮ່ວມ.

ໃນພິທີ ທ່ານ ວິລະເດດ ນາລີສັກ ເລຂາໜ່ວຍຊາວໜຸ່ມຮາກຖານ ພຜທ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຄັ້ງທີ III ປະຈໍາປີ 2020 ຊຶ່ງໄດ້ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງຜູ້ແທນຊາວໜຸ່ມທົ່ວປະເທດ, ຄັ້ງທີ VII ຂອງຜູ້ແທນຊາວໜຸ່ມທົ່ວແຂວງເຊກອງ ແລະຄາດໝາຍສູ້ຊົນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຄະນະໜ່ວຍຊາວໜຸ່ມພວກເຮົາໄດ້ນໍາພາສະມາຊິກເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ເຂົ້າຮ່ວມຂະບວນການແຂ່ງຂັນຢ່າງເປັນຂະບວນຟົດຟື້ນອັນໄດ້ເຮັດໃຫ້ມີຜົນງານຫຼາຍດ້ານຄື: ດ້ານແນວຄິດການເມືອງປະຕິບັດໄດ້ 96%, ດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນປະຕິບັດໄດ້ 95%, ດ້ານວຽກການຈັດຕັ້ງປະຕິບັດໄດ້ 95% ແລະດ້ານວິຊາຊີບ-ສ້າງວຽກເຮັດງານທໍາປະຕິບັດໄດ້ 94%, ພ້ອມດຽວກັນກໍໄດ້ຜ່ານທິດທາງແຜນການປະຕິບັດຂໍ້ແຂ່ງຂັນ 4 ບຸກປະຈໍາປີ 2021 ຕື່ມອີກ.

ຫຼັງຈາກນັ້ນ ທ່ານ ບົວທິບ ປະທານກວດກາໜ່ວຍຊາວໜຸ່ມຮາກຖານ ໄດ້ຜ່ານຮ່າງການປະເມີນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃນການຄັດເລືອກສະມາຊິກຊາວ ໜຸ່ມດີເດັ່ນຊຶ່ງພາຍໃນໜ່ວຍມີສະມາຊິກທັງໝົດ 37 ສະຫາຍ ຍິງ 18 ສະຫາຍ, ໃນນີ້ໄດ້ຈັດປະເພດແຂງທັງໝົດນອກນີ້ບັນດາຄະນະກໍາມະການປະເມີນຂໍ້ແຂ່ງຂັນ 4 ບຸກ, ອົງການຈັດຕັ້ງມະຫາຊົນພ້ອມດ້ວຍສະມາຊິກຊາວໜຸ່ມໄດ້ປະກອບຄໍາຄິດຄໍາເຫັນຕໍ່ການຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ເພື່ອປະເມີນຜົນຕາມມາດຖານວັດແທກຊອກໃຫ້ເຫັນຜົນງານຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານຂອງສະມາຊິກຊາວໜຸ່ມທຸກສະຫາຍ, ຂະນະດຽວກັນກໍເພື່ອຊອກໃຫ້ເຫັນດ້ານອ່ອນຂໍ້ຄົງຄ້າງຂອງບຸກຄົນທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ.