ອາຊຽນ- ສ.ເກົາຫຼີ ຊຸກຍູ້ລະບຽບການເກັບພາສີໃນຂອບເຂດການຄ້າເສລີ

ອາຊຽນ-ສ.ເກົາຫຼີ ຕົກລົງເຫັນດີແກ້ໄຂບັນດາບັນຫາທີ່ປະສົບກັບຄວາມຫຍຸ້ງຍາກກ່ຽວກັບລະບຽບການເກັບພາສີເພື່ອຊຸກຍູ້ການປະຕິບັດສັນຍາການຄ້າເສລີ (FTA) ຢ່າງມີປະສິດທິຜົນ.

ຕາມຂ່າວຕ່າງປະເທດລາຍງານວ່າກະຊວງເສດຖະກິດ ແລະການເງິນຂອງ ສ.ເກົາຫຼີ ຖະແຫຼງວ່າ ສ.ເກົາຫຼີ ແລະອາຊຽນຕົກລົງກັນວ່າບັນດາບໍລິສັດ ສ.ເກົາຫຼີ ຈະໄດ້ຮັບບູລິມະສິດດ້ານພາສີອາກອນຖ້າຫາກວ່າສົ່ງໃບຢັ້ງຢືນຕົ້ນກຳເນີດສະບັບສຳເນົາ (certificates of origin) ເມື່ອສົ່ງອອກສິນຄ້າໄປຍັງ 10 ປະເທດອາຊຽນ, ນັບແຕ່ເວລາ FTA ລະຫວ່າງ ສ.ເກົາຫຼີ ແລະອາຊຽນມີຜົນສັກສິດໃນເດືອນມິຖຸນາ ປີ 2007, ວົງເງິນການຄ້າສອງຝ່າຍເພີ່ມຂຶ້ນທົບ 2 ເທົ່າ. 

ປັດຈຸບັນ, ອາຊຽນແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 2 ຂອງ ສ.ເກົາຫຼີ ດ້ວຍວົງເງິນການຄ້າບັນລຸໄດ້ 143,8 ຕື້ໂດລາສະຫະລັດ ໃນປີ 2020 ເພີ່ມຂຶ້ນຫຼາຍກວ່າ 2 ເທົ່າຈາກ 61,8 ຕື້ໂດລາ ໃນປີ 2006.