ນັກວິໄຈເຕືອນພະຍາດລະບາດໃນອະນາຄົດອາດຮ້າຍແຮງກວ່າໂຄວິດ

ໜຶ່ງໃນນັກວິໄຈຂອງມະຫາວິທະຍາໄລ ອອກຟອດ ຊຶ່ງພັດທະນາວັກແຊງໂຄວິດ-19 ຮ່ວມກັບແອສະຕາເຊເນກາກ່າວວ່າມະນຸດຕ້ອງຖອດຖອນບົດຮຽນຈາກໂຄວິດ-19 ດ້ວຍຄວາມຈິງຈັງເພື່ອຮັບມືກັບພະຍາດລະບາດຄັ້ງຕໍ່ໄປທີ່ອາດອັນຕະລາຍຫຼາຍກວ່ານີ້.

ຕາມຂ່າວຕ່າງປະເທດລາຍງານວ່າທ່ານ ເດທຊາຣາ ກິລເບິດ ໜຶ່ງໃນຄະນະນັກວິໄຈຂອງສະຖາບັນເຈນເນີແຫ່ງມະຫາວິທະຍາໄລ ອອກຟອດ ຊຶ່ງເປັນຜູ້ພັດທະນາວັກແຊງໂຄວິດ-19 ຮ່ວມກັບບໍລິສັດແອສະຕຣາເຊເນກາ ກ່າວເຖິງສະຖານະການການແພ່ລະບາດຂອງເຊື້ອພະຍາດດັ່ງກ່າວທີ່ຂ້າຊີວິດຄົນທົ່ວໂລກໄປແລ້ວຫຼາຍກວ່າ 5,26 ລ້ານຄົນຕາມສະຖິຕິຂອງມະຫາວິທະຍາໄລຈອນ ຮອບກິນ ໃນອາເມລິກາລະບຸວ່າໂຄວິດ-19 ຈະບໍ່ແມ່ນພະຍາດສຸດທ້າຍທີ່ຄຸກຄາມ ແລະສ້າງຄວາມເສຍຫາຍໃຫ້ກັບຊີວິດ ແລະຄວາມເປັນຢູ່ຂອງມະນຸດ, ຊຶ່ງພະຍາດລະບາດຮອບຕໍ່ໄປອາດຍິ່ງກວ່ານີ້ເຊື້ອພະຍາດອາດແຜ່ກະຈາຍງ່າຍຂຶ້ນ ຫຼືເປັນອັນຕະລາຍໃຫ້ກັບຊີວິດຫຼາຍກວ່າ ຫຼືທັງສອງຢ່າງປະຊາຄົມໂລກຄວນຮ່ວມກັນກຽມຄວາມພ້ອມໃຫ້ຫຼາຍກວ່ານີ້ເພື່ອຮັບມືກັບເຊື້ອໄວຣັດຊະນິດຕໍ່ໄປ.

ກ່ຽວກັບເຊື້ອໄວຣັດໂຄວິດສາຍພັນຫຼ້າສຸດ ໂອໄມຄຣອນ ທ່ານ ກິລເບີກກ່າວວ່າ ມີຄວາມເປັນໄປໄດ້ວ່າວັກແຊງທີ່ໃຊ້ງານກັນຢູ່ໃນປະຈຸບັນຈະມີປະສິດທິພາບຫຼຸດລົງເມື່ອພົບກັບເຊື້ອໂອໄມຄຣອນ ທຸກຝ່າຍຕ້ອງຮ່ວມກັນລະມັດລະວັງ, ປະຈຸບັນອັງກິດມີຜູ້ຕິດເຊື້ອໂອໄມຄຣອນຢ່າງໜ້ອຍ 246 ຄົນ ເພີ່ມຂຶ້ນ 86 ຄົນ.