3 ເດືອນ ປກສ ມ້າງຄະດີກ່ຽວກັບຢາເສບຕິດໄດ້ 1.106 ເລື່ອງ

ນັບແຕ່ເດືອນສິງຫາ ຫາ ເດືອນ ຕຸລາ ປີ 2021 ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ, ກະຊວງປ້ອງກັນຄວາມສະຫງົບສາມາດມ້າງຄະດີກ່ຽວກັບຢາເສບຕິດໃນຂອບເເຂດທົ່ວປະເທດໄດ້ທັງໝົດ 1.106 ເລື່ອງ, ຈັບຜູ້ຕ້ອງຫາໄດ້ 1.562 ຄົນ, ຍິງ 176  ຄົນ, ໃນນັ້ນເປັນຄົນຕ່າງປະເທດ 42 ຄົນ, ຍິງ 2 ຄົນ, ຢຶດຢາບ້າໄດ້ 101.586.361 ເມັດ ຫຼືເທົ່າກັບ 10.158 ກິໂລກຣາມ, ຢາໄອສ໌ 1.593 ກິໂລກຣາມ, ເຮໂລອິນ 10 ກິໂລກຣາມ, ກັນຊາ 3.036 ກິໂລກຣາມ ແລະອື່ນໆ.

ພັນເອກ ບົວພັນ ພວງມະນີ ຮອງຫົວໜ້າກົມໃຫ່ຍຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບໃຫ້ສຳພາດຕໍ່ນັກຂ່າວໂທລະພາບປ້ອງກັນຄວາມສະຫງົບເມື່ອບໍ່ດົນມານີ້ວ່າ: ພາຍຫຼັງສະພາແຫ່ງຊາດໄດ້ຮັບຮອງເອົາ 2 ວາລະແຫ່ງຊາດຂອງລັດຖະບານ,ກະຊວງປ້ອງກັນຄວາມສະຫງົບໄດ້ຈັດກອງປະຊຸມປຶກສາຫາລືເພື່ອວາງແຜນຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບຂັ້ນກະຊວງງຢ່າງລະອຽດ, ສ່ວນການຈັດຕັ້ງປະຕິບັດວຽກງານຕົວຈິງໄດ້ແບ່ງອອກເປັນ 3 ໄລຍະຄື: ໄລຍະທີ 1 ແຕ່ເດືອນກັນຍາ ຫາ ທັນວາ 2021 ເປັນໄລຍະກະກຽມດ້ວຍການເຜີຍແຜ່ເອກະສານ ແລະກະກຽມວຽກງານດ້ານຕ່າງໆ ທີ່ກ່ຽວຂ້ອງ, ໄລຍະທີ 2 ແຕ່ເເດືອນມັງກອນ ປີ 2022  ຫາເດືອນສິງຫາ ປີ 2023 ເປັນໄລຍະຈັດຕັ້ງປະຕິບັດວຽກງານຕົວຈິງຢ່າງຮອບດ້ານ ແລະເຕັມຮູບແບບ ແລະໄລຍະທີ 3 ແຕ່ເດືອນກັນຍາ ຫາ ເດືອນ ທັນວາ 2023 ແມ່ນໄລຍະສະຫຼຸບຄືນໝາກຜົນໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ.

ຮອງຫົວໜ້າກົມໃຫ່ຍຕໍາຫຼວດໃຫ້ຮູ້ຕື່ມວ່າ: ເຖິງວ່າຍັງບໍ່ທັນເຖິງໄລຍະການຈັດຕັ້ງປະຕິບັດວຽກງານຢ່າງຮອບດ້ານແຕ່ໃນໄລຍະ 3 ເດືອນຜ່ານມາຄື: ແຕ່ເດືອນສິງຫາຫາເດືອນຕຸລາ ປີ 2021 ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດສາມາດມ້າງຄະດີກ່ຽວກັບຢາເສບຕິດໃນຂອບເຂດທົ່ວປະເທດໄດ້ທັງໝົດ 1.106 ເລື່ອງ, ຈັບຜູ້ຕ້ອງຫາໄດ້ 1.562 ຄົນ, ຍິງ 176 ຄົນ, ໃນນີ້ຫຼາຍກວ່າໝູ່ແມ່ນຢາບ້າຈໍານວນ 101.586.361 ເມັດ ຫຼືເທົ່າກັບ 10.158 ກິໂລກຣາມ, ປະຈຸບັນກະຊວງປ້ອງກັນຄວາມສະຫງົບພວມເລັ່ງໃຫ້ແຕ່ລະອົງການປົກຄອງທ້ອງຖິ່ນພາຍຫຼັງສໍາເລັດການເຜີຍແຜ່ເອກະສານກ່ຽວກັບວາລະແຫ່ງຊາດແລ້ວໃຫ້ຮີບຮ້ອນສ້າງແຜນດໍາເນີນງານຂອງຕົນຢ່າງລະອຽດເພື່ອກ້າວເຂົ້າສູ່ການປະຕິບັດວຽກງານຕົວຈິງຢ່າງຮອບດ້ານໃນໄລຍະທີ  2 ໃຫ້ປະສົບຜົນສໍາລັດຕາມຄາດໝາຍທີ່ລັດຖະບານໄດ້ວາງໄວ້.