ໂຄງການ TaxRIS ໄລຍະ 2 ສໍາເລັດປະເມີນຂັ້ນສຸດທ້າຍ

ໂຄງການສ້າງລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນຂອງ ສປປ ລາວ (TaxRIS) ໄລຍະ 2 ແມ່ນໜຶ່ງໃນໂຄງການບຸລິມະສິດທີ່ຈະນໍາໃຊ້ທຶນກູ້ຢືມເງື່ອນໄຂຜ່ອນຜັນຈາກກອງທຶນຮ່ວມມືເພື່ອການພັດທະນາເສດຖະກິດ (EDCF) .ເກົາຫຼີ ໄລຍະປີ 2020-2023, ຊຶ່ງກອງທຶນດັ່ງກ່າວຢູ່ພາຍໃຕ້ການບໍລິຫານຂອງທະນາຄານສົ່ງອອກ ຫຼືນໍາເຂົ້າ .ເກົາຫຼີ (KEXIM) ແລະການຊີ້ນໍາຂອງກະຊວງເສດຖະກິ ລະການເງິນ .ເກົາຫຼີ.

ຊຶ່ງມາຮອດປະຈຸບັນໂຄງການສ້າງລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນຂອງ ສປປ ລາວ (TaxRIS) ໄລຍະ 2 ໄດ້ສໍາເລັດການປະເມີນຂັ້ນສຸດທ້າຍແລະເຊັນບົດບັນທຶກຊ່ວຍຈໍາ 3 ຝ່າຍ ເພື່ອກ້າວເຂົ້າສູ່ການເຊັນເງິນກູ້ສຳລັບໂຄງການ (Tax RIS) ໄລຍະ 2 ໃນວັນທີ 3 ທັນວາ 2021 ຜ່ານມາ, ໂດຍຕາງໜ້າຂອງທ່ານ ສຸລິວັດ ສຸວັນນະຈູມຄໍາ ຫົວໜ້າກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນທ່ານ ທໍາມະຣົດ ຣາຊະພົນ ຮັກສາການຫົວໜ້າກົມສ່ວຍສາອາກອນກະຊວງການເງິນ ແລະທ່ານ ລີດອງກອນ ຜູ້ຕາງໜ້າກອງທຶນຮ່ວມມືເພື່ອການພັດທະນາເສດຖະກິດ (EDCF) .ເກົາຫຼີ ປະຈໍາ ສປປ ລາວ.

ໂຄງການ (TaxRIS) ໄລຍະ 2 ເລີ່ມສຶກສາຄວາມເປັນໄປໄດ້ນັບແຕ່ເດືອນມິຖຸນາ 2020 ເຖິງເດືອນມີນາ 2021 ເນື່ອງຈາກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໂຄງການຈຶ່ງໄດ້ສໍາເລັດບົດບັນທຶກຊ່ວຍຈໍາການປະເມີນຂັ້ນສຸດທ້າຍໃນວັນທີ 3 ທັນວາ 2021 ຜ່ານມາ, ໂດຍໂຄງການຈະເນັ້ນໃສ່ເພີ່ມປະສິດທິພາບໃນການຄຸ້ມຄອງລາຍຮັບອາກອນ, ປັບປຸງການເຮັດວຽກຂອງລະບົບ TaxRIS ທີ່ສ້າງໃນໄລຍະທີ 1 ແລະເພື່ອ ໃຫ້ສອດຄ່ອງກັບກົດໝາຍ ແລະນິຕິກໍາຕ່າງໆຂອງຂະແໜງສ່ວຍສາອາກອນທີ່ໄດ້ຮັບການປັບປຸງໃໝ່ແລະມີແຜນຈະເລີ່ມຈັດຕັ້ງປະຕິບັດໃນຕົ້ນປີ 2022 ເປັນຕົ້ນໄປ ແລະໃນໄລຍະເປັນ 72 ເດືອນລວມເອົາໄລຍະບໍາລຸງຮັກສາ 36 ເດືອນ.

ໂຄງການ TaxRIS ແມ່ນໂຄງການບຸລິມະສິດຂອງຂະແໜງການເງິນໃນການຫັນທັນສະໄໝການເກັບລາຍຮັບ ແລະລວມສູນການຄຸ້ມຄອງຂໍ້ມູນຂ່າວສານຢູ່ບ່ອນດຽວ, ມາຮອດປະຈຸບັນລະບົບດັ່ງກ່າວໄດ້ຖືກຜັນຂະຫຍາຍໄປບັນດາແຂວງໃຫຍ່ໃນຂອບເຂດທົ່ວປະເທດ ແລະເຊື່ອມຕໍ່ກັບຂະແໜງອຸດສາຫະກໍາ ແລະການຄ້າ, ສາມາດອອກເລກປະຈໍາຕົວຜູ້ເສຍອາກອນ ແລະໃບທະບຽນວິສາຫະກິດຢູ່ 18 ແຂວງ ແລະ137 ເມືອງ, ພ້ອມທັງອໍານວຍຄວາມສະດວກໃຫ້ຜູ້ເສຍອາກອນສາມາດແຈ້ງມອບອາ ກອນດ້ວຍຕົນເອງໄດ້ຜ່ານເວັບໄຊຕະຫຼອດ 24 ຊົ່ວໂມງ ຈາກທຸກສະຖານທີ່ທີ່ມີຄອບພິວເຕີ ແລະອິນເຕີເນັດ.

ໂຄງການພັດທະນາລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ (TaxRIS) ເປັນໂຄງການທີ່ນອນໃນແຜນຍຸດທະສາດຂອງຂະແໜງການເງິນກ່ຽວກັບການຫັນວຽກງານການຄຸ້ມຄອງການເກັບລາຍຮັບສ່ວຍສາອາກອນໄປສູລະບົບທັນສະໄໝມີລັກສະນະວິທະຍາສາດແນ່ໃສ່ປັບປຸງກົນໄກການເກັບລາຍຮັບໃຫ້ມີປະສິດທິພາບມີຄວາມໂປ່ງໃສ, ທັນເວລາ, ສອດຄ່ອງກັບລະບຽບກົດໝາຍ ແລະສິ່ງສຳຄັນແມ່ນສ້າງຄວາມງ່າຍດາຍ ແລະອຳນວຍຄວາມສະດວກໃຫ້ແກ່ຜູ້ປະຕິບັດພັນທະອາກອນ.