Meta ເປີດໂຕຟີວເຈີ້ບໍລິຈາກເລືອດໃນ ສ.ປ.ປ ລາວ ໂດຍການຮ່ວມມືກັບສູນເລືອດແຫ່ງຊາດອົງການກາແດງລາວ

ນະຄອນຫຼວງວຽງຈັນວັນພຸດ ທີ ເດືອນທັນວາ: Meta ໄດ້ປະກາດການຮ່ວມມືກັບສູນເລືອດແຫ່ງຊາດ ອົງການກາແດງລາວໃນການຊ່ວຍເພີ່ມການສະໜອງເລືອດໃນປະເທດຄຽງຄູ່ກັບຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິຈາກໜ້າໃໝ່.

ນັບຕັ້ງແຕ່ມີການເປີດໂຕຄັ້ງທຳອິດໃນປີ 2017, ຟີວເຈີ້ບໍລິຈາກເລືອດຂອງ Meta ໄດ້ຊ່ວຍໃຫ້ຜູ້ນໍາໃຊ້ Facebook ຫຼາຍກວ່າ 100ລ້ານຄົນ ໄດ້ລົງທະບຽນເພື່ອຮັບການແຈ້ງເຕືອນກ່ຽວກັບການບໍລິຈາກເລືອດໃນທົ່ວໂລກ, ເພີ່ມອັດຕາການບໍລິຈາກເລືອດ ແລະຊ່ວຍຮັກສາອັດຕາການສະໜອງເລືອດໂດຍສະເພາະແມ່ນໃນຊ່ວງ ການລະບາດຂອງພະຍາດໂຄວິດ-19.

ທຸກໆມື້, ພວກເຮົາເຫັນຜູ້ຄົນໃນທົ່ວໂລກມາລວມຕົວກັນໃນແພັດຟອມຂອງພວກເຮົາເພື່ອສົ່ງເສີມກັນແລະກັນ ແລະຊ່ວຍເຫຼືອຊຸມຊົນຂອງພວກເຂົາ. ໂດຍການຮ່ວມມືກັບສູນເລືອດແຫ່ງຊາດ ອົງການກາແດງລາວໃນຄັ້ງນີ້, ພວກເຮົາຕ້ອງການສ້າງຊ່ອງທາງທີ່ງ່າຍທີ່ສຸດສຳລັບຄົນລາວໃນການບໍລິຈາກເລືອດແລະຮັກສາຊີວິດຂອງຜູ້ຄົນ, ແລະພາຍໃນການກົດປຸ່ມພຽງແຕ່ສອງສາມຄັ້ງທ່ານກໍສາມາດລົງທະບຽນ, ໄດ້ຮັບການແຈ້ງເຕືອນ ເມື່ອສູນບໍລິຈາກເລືອດໃນທ້ອງຖິ່ນຕ້ອງການຜູ້ບໍລິຈາກເພີ່ມ, ແລະຍັງເປັນການປຸກລະດົມໃຫ້ຄົນອື່ນໆ ໄດ້ເຮັດແບບດຽວກັນອີກດ້ວຍ. ພວກເຮົາຮູ້ສຶກຂອບໃຈສູນເລືອດແຫ່ງຊາດອົງການກາແດງລາວສຳລັບການຮ່ວມມືກັນໃນຄັ້ງນີ້ ແລະ ເຮັດໃຫ້ພວກເຮົາສາມາດເປີດນຳໃຊ້ຟີວເຈີ້ນີ້ໃນປະເທດລາວໄດ້ຢ່າງສົມບູນ.”

ທ່ານ ພັກເດ ເຮັງ, ຫົວໜ້າຝ່າຍນະໂຍບາຍສາທາລະນະສຸກປະຈຳ ສ.ປ.ປ ລາວ ຂອງ Meta.

ສຳລັບຟີວເຈີ້ນີ້ຈະອະນຸຍາດໃຫ້ຜູ້ທີ່ມີອາຍຸລະຫວ່າງ 18 ຫາ 65 ປີສາມາດລົງທະບຽນເພື່ອຮັບການອັບເດດເທິງ Facebook ກ່ຽວກັບການໃຫ້ເລືອດ, ໄດ້ຮັບການແຈ້ງເຕືອນກ່ຽວກັບໂອກາດໃນການບໍລິຈາກທີ່ສູນບໍລິຈາກເລືອດໃນທ້ອງຖິ່ນ ແລະເຊີນຊວນໝູ່ເພື່ອນຂອງທ່ານມາບໍລິຈາກນໍາກັນ. Meta ກຳລັງໂປຣໂໝດຟີວເຈີ້ດັ່ງກ່າວດ້ວຍການແຈ້ງເຕືອນຂຶ້ນ Newsfeeds ຫຼືເຮົາສາມາດຄົ້ນຫາມັນໄດ້ງ່າຍໆ ພຽງແຕ່ກົດຄົ້ນຫາ “ການບໍລິຈາກເລືອດ” ເທິງແອັບ Facebook. ຟີວເຈີ້ການບໍລິຈາກເລືອດແມ່ນຟີວເຈີ້ທີ່ນຳໃຊ້ໃນທົ່ວໂລກເທິງແອັບ Facebook. ໃນລະຫວ່າງ ເດືອນທຳອິດຫຼັງຈາກທີ່ພວກເຮົາໄດ້ເປີດໂຕຢູ່ທີ່ປະເທດອາເມລິກາໃນເດືອນມິຖຸນາ ປີ 2019, ຟີວເຈີ້ການບໍລິຈາກເລືອດໄດ້ເພີ່ມອັດຕາການບໍລິຈາກຂອງຜູ້ບໍລິຈາກເທື່ອທຳອິດໃນສະຫະລັດອາເມລິກາຂຶ້ນເຖິງ 19%. ເຊິ່ງໃນປະຈຸບັນແມ່ນໄດ້ເປີດໃຊ້ງານໃນຫຼາຍກວ່າ 43 ປະເທດແລ້ວລວມທັງປະເທດລາວອີກດ້ວຍ.

ດຣ ຈັນທະລາ ສຸກສາຄອນ, ຫົວຫນ້າສູນເລືອດແຫ່ງຊາດໄດ້ກ່າວວ່າ: ພວກເຮົາມີຄວາມຍິນດີທີ່ຈະເຂົ້າຮ່ວມໃນຖານະໜຶ່ງໃນຜູ້ທີ່ຮັບຮອງເອົາຟີວເຈີ້ບໍລິຈາກເລືອດຂອງ Facebook ໃນທົ່ວໂລກ. ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການຮັບເອົາ ການບໍລິຈາກເລືອດຜ່ານທາງສື່ສັງຄົມອອນລາຍແມ່ນເຄື່ອງມືທີ່ເໝາະສົມໃນການຊ່ວຍໂປຣໂໝດຄໍາຂວັນໃຫ້ເລືອດໃຫ້ຊີວິດ”. ພວກເຮົາຕ້ອງການປຸກລະດົມທຸກໆຄົນທີ່ມີເງື່ອນໄຂໃນການລົງທະບຽນເປັນຜູ້ບໍລິຈາກ, ພ້ອມທັງແບ່ງປັນປະສົບການເພື່ອສ້າງແຮງບັນດານໃຈໃຫ້ຄົນອື່ນໆໃນການເຮັດສິ່ງດຽວກັນນີ້. ຄວາມຕ້ອງການເລືອດໃນປະເທດລາວແມ່ນມີຢູ່ເລື້ອຍໆ; ເຊິ່ງພວກເຮົາມີຄວາມຕ້ອງການຮັບເອົາການບໍລິຈາກເລືອດຫຼາຍກວ່າ 1,300 ຄັ້ງໃນທຸກໆອາທິດເພື່ອຕອບສະໜອງຕາມຄວາມຕ້ອງການຂອງຄົນເຈັບພາຍໃນປະເທດໄດ້, ແລະ ຕ້ອງຂໍຂອບໃຈສຳລັບຄວາມເອື້ອເຟື້ອເພື່ອແຜ່ຂອງຜູ້ບໍລີຈາກພາຍໃນປະເທດ, ທີ່ມີສ່ວນເຮັດໃຫ້ຫຼາຍພັນຊີວິດປອດໄພໃນທຸກໆມື້. ແນວໃດກໍຕາມ, ຕໍ່ກັບຄວາມຕ້ອງການທີ່ເພີ່ມຂຶ້ນສູງກວ່າແຕ່ກ່ອນແລ້ວ, ພວກເຮົາຍັງຕ້ອງການຜູ້ບໍລິຈາກທີ່ເພີ່ມຂຶ້ນເຊັ່ນກັນ.”

ອີງຕາມຄຳແນະນຳຂອງອົງການອະນາໄມໂລກ, 1% ຂອງປະຊາກອນໃນທຸກໆປະເທດຄວນບໍລິຈາກເລືອດຢ່າງໜ້ອຍ 1ຄັ້ງຕໍ່ປີເພື່ອຮັບປະກັນຕໍ່ການສະໜອງເລືອດໃຫ້ພຽງພໍ, ແຕ່ວ່າການບໍລິຈາກເລືອດໃນປະເທດລາວຍັງບໍ່ເຖິງ 1% ເທື່ອ, ເຊິ່ງນັ້ນກໍເປັນສາເຫດທີ່ສູນເລືອດແຫ່ງຊາດອົງການກາແດງລາວມີຄວາມຕ້ອງການຢາກຊອກຫາ “ຜູ້ບໍລິຈາກໜ້າໃໝ່” ຜ່ານຟີວເຈີ້ບໍລິຈາກເລືອດຂອງ Facebook ເພື່ອຊ່ວຍຮັບປະກັນໃຫ້ກັບຜູ້ບໍລິຈາກລຸ້ນຕໍ່ໄປໃນໄລຍະຍາວແລະຮັບປະກັນການສະໜອງເລືອດໃນອະນາຄົດ.

ວິທີການເຂົ້າເຖິງຟີວເຈີ້ບໍລິຈາກເລືອດຂອງ Facebook.

ບຸກຄົນທີ່ມີອາຍຸລະຫວ່າງ 18-65 ປີ ໃນປະເທດລາວສາມາດລົງທະບຽນເພື່ອຮັບການແຈ້ງເຕືອນກ່ຽວກັບການບໍລິຈາກເລືອດເທິງ Facebook ໂດຍການເຂົ້າໄປທີ່ “ການບໍລິຈາກເລືອດ” ໃນພາກສ່ວນ “ກ່ຽວກັບ” ເທິງໂປຣຟາຍຂອງພວກເຂົາ, ຫຼືເຂົ້າໄປທີ່ລິ້ງ facebook.com/donateblood.

ສຳລັບຄົນທີ່ລົງທະບຽນແລ້ວຈະສາມາດເຫັນການຮ້ອງຂໍ ແລະເຂົ້າເຖິງໂອກາດໃນການບໍລິຈາກເລືອດໃນຫຼາຍກວ່າ 18 ສູນບໍລິຈາກພາຍໃນປະເທດເທິງ Blood Donations on Facebook ໃນໂທລະສັບມືຖືຂອງພວກເຂົາ.