ໝາກເຂືອຍາວ ມີດີຫຼາຍກວ່າທີ່ຄິດ

ຮຽບຮຽງໂດຍ: ຟ້າ

ໝາກເຂືອຍາວ ເປັນພືດຜັກຊະນິດໜຶ່ງທີ່ມີກິ່ນຫອມ, ກິນງ່າຍ ແລະເຕັມໄປດ້ວຍວິຕາມິນ, ແຮ່ທາດ ແລະສານອາຫານທີ່ສໍາຄັນອີກຫຼາຍຢ່າງເປັນຕົ້ນແມ່ນມີວິຕາມິນຊີ, ວິຕາມິນເຄ, ມີແຄຊຽມ, ວິຕາມິນເອ, ຟົດສະຟໍ, ທາດເຫຼັກ, ວິຕາມິນບີ 1, ວິຕາມິນບີ 2, ວິຕາມິນບີ 3, ວິຕາມິນບີ 5, ວິຕາມິນບີ 6, ວິນຕາ ມິນບີ 9, ເບຕາແຄໂລທິນ, ຄາໂບໄຮເດດ, ໂປຕິນ, ພະລັງງານ, ໄຂມັນ, ເສັ້ນໄຍ, ຊ່ວຍຮັກສາໂລກຄວາມດັບໂລຫິດສູງ, ໂລກຫຼອດເລືອດແຂງໂຕ.

ນອກນັ້ນຍັງຊ່ວຍຫຼອດເລືອດຫົວໃບຕີບ, ໂລກເລືອດອອກຕາມເຟັນແຂ້ວ, ຊ່ວຍບໍາລຸງກະດູກ, ໍາລຸງເຟັນແຂ້ວ, ບໍາລຸງປະສານບໍາລຸງສະໝອງ, ຊ່ວຍລະບົບຂັບຖ່າຍ, ໂລກໝອງໃນ, ໝາກເຂືອຍັງເປັນອາຫານທີ່ສຳຄັນສຳຫຼັບຄົນລາວ ແລະມີການວາງຂາຍທົ່ວໄປຕາມທ້ອງຕະຫຼາດຕະຫຼອດປີ.