ZTE ເປີດໂຕ Axon 10 Pro ແລະAxon 10 Pro ທີ່ ສປ ຈີນ

ເມື່ອວັນທີ 6 ພຶດສະພາ 2019 ຕາມເວລາທ້ອງຖິ່ນ ZTE ໄດ້ເປີດໂຕສະມາດໂຟນເຮືອທຸງລຸ້ນຫຼ້າສຸດສຳລັບຕະຫຼາດປະເທດຈີນນັ້ນຄື Axon 10 Pro ແລ  Axon 10 Pro 5G ພາຍຫຼັງທີ່ເປີດໂຕໄປແລ້ວພາຍໃນງານ Mobile World Congress ເມື່ອເດືອນກຸມພາ 2019 ທີ່ຜ່ານມາ.

Axon 10Pro ມາພ້ອມສະເປັກສຳຄັນດັ່ງນີ້: ຊິປເຊດ Sna pdragon 855 ໜ້າຈໍ AMO LED ຂະໜາດ 6,47 ນິ້ວຄວາມລະອຽດ Full HD+ ສ່ວນເວົ້າຊົງຢົດນໍ້າເຊນເຊີສະແກນນິ້ວບົນໜ້າຈໍແຣມ 6/8/121 GB ຄວາມຈຸ: 128/256 GB, ລະບົບສະຕໍເຣຈແບບ F2FS ທີ່ມີຄວາມໄວໃນການອ່ານ ແລະຂຽນສູງກວ່າ EXT4 ກ້ອງຫູງ 2 ຕົວ 48 ລ້ານພິກເຊລ (f1.7)+20 ລ້ານພິກເຊລ (Ultra-Wide 125 ອົງສາ)+8 ລ້ານພິກເຊລ (Telephoto ກ້ອງໜ້າ 20 ລ້ານພິກເຊລ ແບັດເຕີຣີ 4.000mAh ຮອງຮັບ NFC ພອດ USB-C) ສ່ວນ Axon 10 Pro 5G ນັ້ນມີສະເປັກເຊັ່ນດຽວກັບ Axon 10 Pro 5G ນັ້ນມີສະເປັກເຊນເຊີກັບ Axon 10 Pro ໂດຍຟັງຊັນຮອງຮັບການເຊື່ອມຕໍ່ 5G ເພີ່ມເຕີມ.

Axon 10 Pro ມີລາຄາດັ່ງນີ້ 6GB+128GB: 3.199 ຢວນ 12GB+256GB: 4.199 ຢວນ ZTE Axon 10 Pro ແລະAxon 10 Pro 5G ພ້ອມຈຳໜ່າຍໃນ ສປ ຈີນ ໃນວັນທີ 7 ພຶດສະພາ 2019 ນີ້ຜ່ານ MYZTE.com, Tmall.com ແລະ DJ.com.