ກອງບັນຊາການ ປກສ ເມືອງເຟືອງສະຫຼຸບວຽກງານປະຈຳປີ

  ໃນອາທິດຜ່ານມານີ້ທີ່ສະໂມສອນ ປກສ ເມືອງເຟືອງໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບປະຈຳປີ 2018 ແລະທິດທາງແຜນການປີ 2019 ໂດຍການເປັນປະທານຂອງ ທ່ານ ພັທ ອຳພອນ ຄຳມະນີວົງ ຫົວໜ້າກອງບັນຊາການ ປກສ ເມືອງເຟືອງ, ມີທ່ານ ຄໍາເພັດ ຈັນຊົມພູ ຮອງເຈົ້າ ເມືອງໆເຟືອງ, ທ່ານ ພັທ ຈະເລີນ ເລີດມຸງຄຸນ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ພ້ອມດ້ວຍພະນັກງານ-ນັກຮົບພາຍໃນກອງບັນຊາ ການ ປກສ ເມືອງເຟືອງເຂົ້າຮ່ວມຢ່າງພ້ອມພຽງ.

   ທ່ານ ພັທ ບຸນໂຮມ ໄຊຍະແສງ ຮອງກອງບັນຊາການ ປກສ ເມືອງເຟືອງ ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບປະຈຳປີ 2018 ແລະທິດທາງແຜນການປີ 2019 ຊຶ່ງໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ກົມກອງຍາດມາໄດ້ໃນໜຶ່ງປີຜ່ານມາ ແລະບັນດາຈຸດອ່ອນຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຈະຕ້ອງ ໄດ້ພ້ອມກັນແກ້ໄຂໃນຕໍ່ໜ້າໂດຍສຸມໃສ່ຈັດຕັ້ງປະຕິບັດ 4 ແຜນງານ ໃຫຍ່, 41 ໂຄງການ ແລະບັນດາວຽກຈຸດສຸມຈຳນວນໜຶ່ງທີ່ກະຊວງປ້ອງກັນ ຄວາມສະຫງົບວາງອອກໃຫ້ປາກົດຜົນເປັນຈິງ ເພື່ອເຮັດໃຫ້ພື້ນທີ່ເມືອງເຟືອງ ມີຄວາມສະຫງົບປອດໄພໂດຍພື້ນຖານສັງຄົມມີຄວາມເປັນລະບຽບຮຽບຮ້ອຍ   ດີ, ທົ່ວເມືອງເຟືອງມີພົນລະເມືອງທັງໝົດ 48.723 ຄົນ, ຍິງ 23.936 ຄົນ, ມີ 43 ບ້ານ, ມີ 531 ໜ່ວຍ ສາມັກຄີ, ມີ 8.082 ຫຼັງຄາ ເຮືອນ,ມີ 7.835 ຄອບຄົວ, ຂຶ້ນສໍາມະໂນຄົວແລ້ວ 7.781 ຄອບຄົວ, ມີ 48.421 ຄົນ, ຍິງ 23.779 ຄົນ, ມີບ້ານປ້ອງກັນຄວາມສະຫງົບດີ 29 ບ້ານ ແລະ ບ້ານປອດຢາເສບຕິດ 28 ບ້ານໄດ້ເອົາໃຈໃສ່ສະກັດກັ້ນ ແລະ ຕ້ານປາກົດການຫຍໍ້ທໍ້ດ້ານຕ່າງໆຢ່າງຕັ້ງໜ້າໃນປີີຜ່ານມາມີຄະດີອາຍາເກີດຂຶ້ນທັງໝົດ 38 ລາຍ,ສາມາດຢຶດໝໍ້ຊອດ 19 ເຄື່ອງ ແລະອາວຸດລ່າເນື້ອໄດ້ 35 ກະບອກ,ແກ້ໄຂຂັ້ນ ປກສ ເມືອງ 20 ລາຍ,ສົ່ງ ປກສ ແຂວງ 4 ລາຍ, ສົ່ງໄອຍະການ 1 ລາຍ, ຊັດມ້ຽນ 7 ລາຍ, ພວມດໍາ ເນີນ 5 ລາຍ, ຄະດີຍາເສບຕິດມີ 18 ລາຍ, ຢຶດຂອງກາງຢາບ້າໄດ້ 540 ເມັດ,ສົ່ງ ປກສ ແຂວງ 5 ລາຍ,ພ້ອມຂອງກາງຢາບ້າ 517 ເມັດ,ພວມດໍາເນີນ 3 ລາຍ,ສຶກສາອົບຮົບປ່ອຍຕົວຂັ້ນ ປກສ ເມືອງ 13 ລາຍ, ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດຢູ່ບັນດາໂຮງຮຽນ, ບ້ານ ໄດ້ 9 ຄັ້ງ ມີຜູ້ເຂົ້າ ຮ່ວມຮັບຟັງ 1.498 ຄົນ, ຍິງ 667 ຄົນ, ມີອຸບັດເຫດເກີດຂຶ້ນທັງໝົດ 27 ລາຍ,ມີພາຫະນະເປ່ເພທັງໝົດ 44 ຄັນ, ມີຄົນໄດ້ຮັບບາດເຈັບທັງໝົດ 66 ຄົນ, ຍິງ 14 ຄົນ, ເສຍຊີວິດ 3 ຄົນ, ໄດ້ລົງໂຄສະນາກົດລະບຽບຈະລາຈອນ 4 ຄັ້ງ ມີຜູ້ ເຂົ້າຮ່ວມຮັບ ຟັງ 3.553 ຄົນ ຍິງ 1.821 ຄົນ.

ນອກຈາກນີ້ ໃນ 1 ປີຜ່ານມາໄດ້ສົ່ງພະນັກງານໄປຍົກລະດັບວິຊາສະເພາະຈໍານວນ 6 ສະຫາຍ, ໄດ້ຮັບການເລື່ອນຊັ້ນຈຳນວນ 18 ສະຫາຍ ແລະໄດ້ຮັບ ການຍ້ອງຍໍຂັ້ນຕ່າງໆ 82 ສະຫາຍ, ຂະຫຍາຍມະຫາຊົນຜູ້ກ້າວໜ້າເຂົ້າຮຽນສະໜັບສະໜູນ 5 ສະຫາຍ, ສໍາຮອງ 2 ສະຫາຍ,ສົມບູນ 4 ສະຫາຍ,ໄດ້ຊຸກຍູ້ບັນດາພະນັກງານ-ນັກຮົບ ໃນການສ້າງເສດຖະກິດຄອບຄົວອີງຕາມທິດເພິ່ງຕົນເອງ, ກຸ້ມຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງເສດຖະກິດຂອງກົມກອງຕາມເງື່ອນໄຂຕົວຈິງເປັນຕົ້ນແມ່ນພັດທະນະພື້ນຖານໂຄງລ່າງ, ປົກປັກຮັກສາສະຖານທີ່, ກໍ່ຄືກົມກອງໃຫ້ດີຂຶ້ນເປັນກ້າວໆ.

 ພ້ອມນັ້ນກໍ່ໄດ້ວາງຄາດໝາຍສູ້ຊົນປີ 2019 ນີ້ ໂດຍສຸມໃສ່ຈັດຕັ້ງປະຕິບັດ 4 ແຜນງານໃຫຍ່ 41 ໂຄງການ ແລະບັນດາວຽກຈຸດສຸມທີ່ກະຊວງ ປກສ ວາງອອກໃຫ້ສຳເລັດຜົນຕາມຄາດໝາຍທີ່ວາງໄວ້ ແລະ ມີຜົນງານຍິ່ງໃຫຍ່ຂຶ້້ນກວ່າເກົ່າໃນກອງປະຊຸມຍັງໄດ້ພັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບຢ່າງກົງໄປກົງມາແບບມີວິທະຍາສາດເພື່ອໃຫ້ມີເນື້ອໃນສົມບູນຄົບຖ້ວນຂຶ້ນຕື່ມໂອກາດດຽວກັນນີ້ກໍ່ໄດ້ປະກາດນະໂຍບາຍເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວ ດ ຈໍານວນ 8 ສະຫາຍ, ວາທີຮ້ອຍຕີຂຶ້ນຮ້ອຍ 2 ສະຫາຍ, ສີບເອກຂຶ້ນວາທີຮ້ອຍຕີ 4 ສະຫາຍ,ສິບໂທຂິ້ນສິບເອກ 2 ສະຫາຍ ແລະໄດ້ຮັບໃບຍ້ອງຍໍຜົນງານການເຄື່ອນໄຫວວຽກງານດີເດັ່ນປະຈໍາປີຂອງທ່ານເຈົ້າເມືອງຈໍານວນ 85 ສະຫາຍຕື່ມອີກ.

ໂດຍ: ທອງສີ