ເຈົ້າແຂວງຊຽງຂວາງ ລົງກວດກາ ການກໍ່ສ້າງພະເຈົ້າອົງຫຼວງ

ຂ່າວ: ບຸນມີ ແສງທຸມມີ

 ມື່ອວັນທີ 13 ທັນວາ 2021 ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງພ້ອມຄະນະໄດ້ລົງຕິດຕາມກວດກາ ແລະຊຸກຍູ້ການກໍ່ສ້າງພະເຈົ້າອົງຫຼວງ.

ທ່ານ ບຸນມີ ສອນມີໄຊ ປະທານບໍລິສັດຮັບເໝົາກໍ່ສ້າງແທ່ນນັ່ງພະເຈົ້າອົງຫຼວງໄດ້ລາຍງານກ່ຽວກັບວຽກທີ່ຕົນເອງຮັບຜິດຊອບວ່າ:  ມາປະຈຸບັນການກໍ່ສ້າງຂັ້ນໃດ, ເດີ່ນຊົມວິວຢູ່ຕໍ່ໜ້າພະເຈົ້າອົງຫຼວງ ແລະສາລາຊົມວິວລວມມູນຄ່າ 2 ຕື້ກ່ວາກີບ ບາງໜ້າວຽກແມ່ນໃກ້ຈະສຳເລັດແລ້ວບາງໜ້າວຽກກຳລັງຈັດຕັ້ງປະຕິບັດ ແລະຂັ້ນຕອນອອກແບບວຽກງານດັ່ງກ່າວເປັນວຽກລະອຽດອ່ອນເພາະຕ້ອງໄດ້ຖາມຊອກຮູ້ເພື່ອໃຫ້ຖືກຕາມວັດທະນາທຳ.

ໂອກາດດັ່ງກ່າວ: ທ່ານເຈົ້າແຂວງຊຽງຂວາງໄດ້ເນັ້ນໃຫ້ບໍລິສັດຮັບເໝົາເອົາໃຈໃສ່ຈັດລຳດັບບັນດາໜ້າວຽກທີ່ຈະປະຕິບັດເພື່ອເຮັດໃຫ້ວຽກງານດຳເນີນເປັນປົກກະຕິການກໍ່ສ້າງຈຶ່ງຈະສຳເລັດຕາມຄາດໝາຍໂດຍເນັ້ນຄຸນນະພາບເປັນຫຼັກ ແລະໃຫ້ປຶກສານຳພາກສ່ວນທີ່ກ່ຽວຂ້ອງເພື່ອໃຫ້ຖືກຕາມວັດທະນາທຳ, ຫຼັກທຳ, ຫຼັກການ ແລະເຕັກນິກໃນການກໍ່ສ້າງໃຫ້ສະຫງ່າ, ຍືນຍາວເພື່ອໃຫ້ປະຊາຊົນແຂວງຊຽງຂວາງໄດ້ກາບໄຫວ້ສັກກາລະບູຊາຕະຫຼອດກາລະນານ.