ຈີນ ພົບຜູ້ຕິດເຊື້ອໂຄວິດ ສາຍພັນໂອໄມຄຣອນ 2 ຄົນ

ວັນທີ 14 ທັນວາທີ່ຜ່ານມາ ສປ ຈີນ ກວດພົບຜູ້ຕິດເຊື້ອໂຄວິດ19 ສາຍພັນໂອໄມຄຣອນ 2 ຄົນ ໃນ ມົນທົນທຽນຈິນ ແລະກວາງໂຈວ.

ຕາມຂ່າວຕ່າງປະເທດລາຍງານວ່າຈີນກວດພົບຜູ້ຕິດເຊື້ອໂຄວິດສາຍພັນໂອໄມຄຣອນເປັນຄັ້ງທຳອິດໃນປະເທດຈີນເປັນຜູ້ເດີນທາງກັບຈາກທະວີບເອີຣົບໃນວັນທີ 9 ທັນວາທີ່ຜ່ານມາກັກຕົວຢູ່ລັດທຽນຈິນຕາມມາດຕະການປ້ອງກັນໂຄວິດສຳລັບຜູ້ທີ່ເດີນທາງເຂົ້າຈີນສຳລັບຜູ້ຕິດເຊື້ອດັ່ງກ່າວເປັນການຕິດເຊື້ອແບບບໍ່ມີອາການຫຼັງຈາກຜູ້ຕິດເຊື້ອໄດ້ນໍາໄປປິ່ນປົວຢູ່ໂຮງໝໍໂດຍກຳນົດໃຫ້ຄົນເຈັບເປັນກໍລະນີພິເສດເພື່ອປ້ອງກັນບໍ່ໃຫ້ເກີດການລະບາດສາຍພັນໂອໄມຄຣອນໃນສະຖານທີ່ໂຮງໝໍ. ຂະນະທີ່ວັນທີ 14 ທັນວາທີ່ຜ່ານມາມີການລາຍງານພົບຄົນເຈັບທີ່ຕິດເຊື້ອໂຄວິດສາຍພັນໂອໄມຄຣອນເປັນຄັ້ງທຳອິດໃນມົນທົນກວາງຕຸ້ງໂດຍເປັນເພດຊາຍອາຍຸ 67 ປີ ເດີນທາງກັບມາຈາກຕ່າງ ປະເທດໃນວັນທີ 27 ພະຈິກ.

  ຜົນກວດອອກມາເປັນລົບຫຼາຍຄັ້ງແຕ່ຍັງສືບຕໍ່ກັກຕົວຢູ່ເຮືອນພັກສ່ວນຕົວ ແລະມີການກວດຫາເຊື້ອໂຄວິດຫຼາຍຄັ້ງຈົນວັນທີ 13 ທັນວາ ພົບຜົນເປັນບວກຈຶ່ງນໍາຕົວສົ່ງ ໂຮງໝໍ ແລະຫຼັງຈາກນັ້ນໄດ້ຮັບການຢືນຢັນຕິດເຊື້ອໂຄວິດສາຍພັນໂອໄມຄຣອນ.