ກັັບມາແລ້ວ Honor 50 ຈະເປັນລຸ້ນທຳອິດທີ່ກັບມາໃຊ້ Google Mobile Services

Honor ແບຣນສັນຊາດ ຈີນຄອມເຟີມຈະກັບມາໃຊ້ Google Mobile Services(GMS) ໂດຍປະກາດຜ່ານທະວິດເຕີໃນວັນຈັນທີ່ຜ່ານມານັບເປັນເວລາເກືອບ ປີຕັ້ງແຕ່ມີການແຍກຕົວຈາກ Huawei ຢ່າງສົມບູນ.

Honor ປະກາດວ່າສະມາດໂຟນລຸ້ນທຳອິດຈະໄດ້ກັບມາໃຊ້ GMS ຄື Honor 50 ຊຶ່ງວາງແຜນ ຈະເປີດໂຕໃນເອີຣົບໃນໄວໆນີ້ ໂດຍບໍລິສັດສາມາດເຮັດຂໍ້ຕົກລົງກັບ ຊັພລາຍເອີໃນໄລຍະທຳອິດຂອງຂະບວນການສຳເລັດແລ້ວທີ່ຜ່ານມາສະມາດໂຟນຈາກ Honor ຈະບໍ່ສາມາດໃຊ້ Google Mobile Services ຊຶ່ງເປັນບໍລິການແອ ພພລິເຄຊັນຈາກ Google ໃນອຸປະກອນແອນດຣອຍໄດ້ເຫດການນີ້ເກີດຈາກບັນຫາທີ່ຊາດຕາເນຕົກມອງວ່າ Huawei (ຂະນະນັ້ນມີ Honor ເປັນແບຣນລູກ) ຊຶ່ງນຳມາສູ່ການປະກາດຍຸຕິການສະໜັບສະໜູນສະມາດໂຟນ Huawei ຂອງ Google ດ້ວຍ.

Honor 50 ເປັນສະມາດໂຟນເຮືອທຸງທີ່ເຮັດໃຫ້ Honor ກັບມາສ້າງຍອດຂາຍອັນດັບ 3 ໃນ ສປ ຈີນ ໄດ້ມີຈຸດເດັ່ນໃນເລື່ອງສະເປັກລະດັບໄຮເອນ ແລະກ້ອງຄຸນ ນະພາບຢ້ຽມໂດຍໃຊ້ຊິບ Snapdragon 778G ຮອງຮັບເຕັກ ໂນໂລຊີ 5G ພ້ອມກ້ອງຫຼັກຄວາມລະອຽດ 108 ລ້ານພິກເຊລ ກ້ອງເຊລຟີຄວາມລະອຽດ 32 ລ້ານພິກເຊລ ລວມທັງແບດເຕີຣີ ຂະໜາດ 4.300mAh ແລະຮອງຮັບລະບົບຊາກໄວສູງສຸດ 67W ຊຶ່ງ Honor ໂຄສະນາວ່າສາມາດຊາກແບດຈາກ 0% ເຖິງ 70% ໄດ້ພາຍໃນ 20 ນາທີ.