ເປີດແລ້ວ ຮ້ານ ເບປີ້ງແບ້ ພ້ອມເຂັ້ມງວດປ້ອງກັນໂຄວິດ

ເອົາໃຈຄົນມັກຮັກກິນແບ້ ມື້ນີ້ບອກເລີຍວ່າຜູ້ຂຽນຂໍແນະນຳ ຮ້ານ ອາຫານປີ້ງແບ້ ເບສະຫວັນ ຖືວ່າເປັນຮ້ານແຖວໜ້າຂອງນະຄອນຫຼວງວຽງຈັນ ທີ່ເພິ່ນມີບໍລິການ ເມນູເດັດໆ ເຊັ່ນ ຄັ້ນສົ້ມສະຫວັນ,ປີ້ງໄສ້ຄຽນຕີນແບ້ ແລະ ພັດຂີ້ເມົາ,ແຊ່ເພ້ຍແບ້ ລົດຊາດແຊບຖືໃຈ ນອກຈາກນີ້ຍັງມີບໍລິການອາຫານຕາມສັ່ງ 100 ລາຍການ ປະຈຸບັນກັບມາເປີດບໍລິການແລ້ວພ້ອມເຂັ້ມງວດປະຕິບັດຕາມຄ່ຳສັງໜ່ວຍສະເພາະກິດ

ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ເຈົ້າຂອງຮ້ານອາຫານ ເບ ປີ້ງແບ້ສະຫວັນ ຫຼືເປັນທີ່ຮູ້ຈັກກັນຊື່ຫຼີ້ນ ເບ ໃຫ້ສຳພາດນັກຂ່າວໜັງສືພີມເສດຖະກິດ-ສັງຄົມ ຮູ້ວ່າ: ຮ້ານປີ້ງແບ້ເບສະຫວັນ ຈຸດເລີ່ມຕົ້ນ ຕົນເອງເປັນຄົນມັກຮັກເລື່ອງກິນແບ້ ແລະ ເປັນຄົນມັກທ່ອງທ່ຽວ ໂດຍສະເພາະພາກໃຕ້ແຂວງສະຫວັນ ທີ່ໄດ້ໄປຍາມໃດກໍ່ຕ້ອງແວະກິນປະຈຳ ແລະຕິດໃຈ ເລີຍເກີດແນວຄວາມຄິດ ຄົ້ນສູດເປັນຂອງຕົນເອງມາ ແລະ ໄດ້ປະສົມປະສານຈຶ່ງເປີດບໍລິການຢູ່ວຽງຈັນເພື່ອໃຫ້ຄົນມັກຮັກກິນແບ້ໄດ້ຊີມລົດຊາດຂອງແບ້.
ສຳລັບຈຸດເດັ່ນອາຫານຫຼັກຂອງຮ້ານ ຄັນສົ້ມສະຫວັນ,ປີ້ງໄສ້ຄຽນຕີນແບ້ ແລະ ພັດຂີ້ເມົາ,ແຊ່ເພ້ຍແບ້ ແລະ ນອກຈາກນີ້ຍັງມີບໍລິການແບບອາຫານຕາມສັ່ງນັບ 100 ລາຍການທີ່ທ່ານຕ້ອງການ ຊຶ່ງຜ່ານການບໍລິການມາຖືວ່າສັງຄົມໃຫ້ຄວາມສົນໃຈ ແລະ ເປັນທີ່ຮູ້ຈັກຫຼາຍຂຶ້ນຍ້ອນຄວາມເອົາໃຈໃສ່ເລື່ອງການບໍລິການ,ອາຫານແຊບ ນອກຈາກອາຫານແຊບແລ້ວຮ້ານເອົາໃຈຄົນມັກຮັກໃນສຽງເພງ ເພິ່ນຈະມີເສບສົດ,ຮ້ອງຄາລາໂອເກະແລະ ອື່ນໆ.
ປະຈຸບັນຮ້ານແມ່ນມີບໍລິການ 2 ສາຂາ ສາຂາທີ1 ຢູ່ບ້ານສົມສະນຸກເມືອງຫາດຊາຍຟອງ ແລະສາຂາ2ແມ່ນຢູ່ບ້ານໂນນຫວາຍ ເມືອງໄຊເສດຖາ ຮ້ານເປີດບໍລິການແຕ່ 3ໂມງຮອດ 12 ໂມງ ສົນໃຈສອບຖາມຈອງຈັດງານລ້ຽງວັນເກີດງານຕ່າງໆ ໂທ02099990981