ຝຶກອົບຮົມການນຳໃຊ້ຮ່າງທະບຽນນັກຮຽນ

  ພະແນກສຶກສາທິການ ແລະ ກີລາແຂວງໄຊຍະບູລີເປີດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງ ກ່ຽວກັບການນຳໃຊ້ຮ່າງທະບຽນ, ການວິເຄາະຄະແນນ ແລະວິທີລິ້ງໃບປະກາສະນີຍະບັດວັນທີ 13 ມີນາ 2019  ທີ່ຫ້ອງປະຊຸມພະແນກ ດັ່ງກ່າວ ໂດຍການໃຫ້ກຽດເປັນປະ ທານຂອງທ່ານ ພັນ ດວງຕາ ຮອງ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງໄຊຍະບູລີ, ມີຫົວໜ້າ ຂະແໜງ, ຫົວໜ້າໜ່ວຍງານ, ວິຊາ ການຂັ້ນເມືອງ, ຂັ້ນແຂວງ ແລະ ຂັ້ນໂຮງຮຽນເຂົ້າຮ່ວມ.

   ໂອກາດດັ່ງກ່າວທ່ານ ພັນ ດວງຕາ  ຮອງຫົວໜ້າພະແນກສຶກສາທິ ການ ແລະກີລາແຂວງໄຊຍະບູລີ ກ່າວເປີດກອງປະຊຸມ ຊຶ່ງມີຈຸດປະສົງເພື່ອແນ່ໃສ່ໃຫ້ວິຊາການຂັ້ນ ເມືອງ, ຂັ້ນໂຮງຮຽນເຂົ້າໃຈແຈ້ງ ກ່ຽວກັບຂັ້ນຕອນ, ວິທີການຕ່າງໆ ຂອງການປະກອບຂໍ້ມູນໃສ່ຮ່າງ ປື້ມທະບຽນນັກຮຽນຈົບຊັັ້ນມັດທະຍົມສຶກສາຕອນຕົ້ນ ແລະຕອນປາຍ, ການວິເຄາະຄະແນນນັກຮຽນຂັ້ນ ມ.4, ວິທີລິ້ງໃບປະກາສະນີຍະບັດ, ການສ້າງຮ່າງປື້ມທະບຽນນັກຮຽນຈົບຊັ້ນປະຖົມສຶກສາຂັ້ນ ປ.5 ເພື່ອ ເຮັດໃຫ້ເປັນເອກະພາບກັນໃນທົ່ວ ແຂວງກໍ່ຄືທົ່ວປະເທດ, ຫຼີກເວັ້ນບັນ ຫາຂໍ້ຜິດພາດ ແລະເພິ່ນຍັງໄດ້ຮຽກ ຮ້ອງໃຫ້ສຳມະນາກອນທຸກທ່ານ ຈົ່ງສຸມທຸກສະຕິປັນຍາເຂົ້າໃນການ ຄົ້ນຄວ້າປະກອບຄຳຄິດຄຳເຫັນ ແລກປ່ຽນເຊິ່ງກັນ ແລະກັນ, ນໍາ ເອົາເນື້ອໃນສຳຄັນຕ່າງໆ ໄປຜັນຂະຫຍາຍເຂົ້າໃນວຽກງານຂອງຕົນເອງຮັບຜິດຊອບໃຫ້ບັນລຸຜົນສຳເລັດ.

ໂດຍ: ນາລີ