ຝາກຢາບ້າ 12 ແພັກ ນຳບໍລິສັດຂົນສົ່ງດ່ວນ

ໃນວັນທີ 17 ທັນວາ 2021 ເຈົ້າໜ້າທີ່ ປກສ ເມືອງພິນ ແຂວງສະຫວັນນະເຂດ ໄດ້ສືບຮູ້ຈະມີການຮັບເອົາຢາເສບຕິດ (ຢາບ້າ) ນໍາບໍລິສັດມີໄຊຂົນສົ່ງດ່ວນທີ່ສາຂາເຊທ່າມວກ ບ້ານຊະນະມີໄຊ ເມືອງພິນ.

ພາຍຫຼັງສຶບຮູ້ເຈົ້າໜ້າທີ່ກໍ່ໄດ້ຕິດຕາມເປົ້າໝາຍຢ່າງບໍ່ຂາດສາຍຕາ, ມາຮອດເວລາ 10:00 ໂມງຂອງວັນດຽວກັນຈຶ່ງໄດ້ພົບເຫັນເປົ້າໝາຍຖືກສົງໄສຂີ່ລົດຈັກບໍ່ມີໝາຍເລກທະບຽນມາຮອດ ແລະກໍ່ຈອດລົດຍ່າງເຂົ້າໄປບໍລິສັດມີໄຊຂົນສົ່ງດ່ວນສາຂາເຊທ່າມວກເປັນໄປຕາມການແຈ້ງບໍ່ແສ,ຜູ້ຖືກສົງໄສໄດ້ຍື່ນໃບບິນຮັບເຄື່ອງໃຫ້ພະນັກງານ; ຈາກນັ້ນ, ພະນັກງານກໍ່ເອົາແກັດມາໃຫ້ 1 ແກັດ, ເປັນແກັດສີນໍ້າຕານຂະໜາດ 40,60 ຊັງຕີແມັດ.

ຫຼັງຈາກເປົ້າໝາຍຮັບເອົາເຄື່ອງແລ້ວເຈົ້າໜ້າທີ່ໆຕິດຕາມຢູ່ນັ້ນກໍ່ໄດ້ສະແດງຕົວຂໍກວດກາແກັດດັ່ງກ່າວເປີດເບິ່ງພົບເຫັນຢາບ້າບັນຈຸໃນແກັດ ຈຳນວນ 12 ແພັກ, ມີ 36 ມັດເທົ່າກັບ 72.000 ເມັດ, ຈຶ່ງໄດ້ຈັບ ທ້າວ ລຳໄພ ອາຍຸ 30 ປີ, ບ້ານນາທອງໃຕ້ເມືອງຊົນນະບູລີ ແຂວງສະຫວັນນະເຂດ, ນຳຕົວມາສອບຂະຫຍາຍຜົນຜູ້ກ່ຽວໄດ້ຊັດທອດເຖິງເຈົ້າຂອງຢາເສບຕິດ.

ຕົກມາຮອດວັນທີ 18 ທັນວາ 2021 ເວລາ 8:00 ໂມງ ເຈົ້າໜ້າທີ່ນຳຈັບ ທ້າວ ສີທົນ ຫຼື ຕົ້ນ ອາຍຸ 31 ປີ, ບ້ານນາທອງໃຕ້ ເຈົ້າຂອງຢາໄດ້ທີ່ບ້ານແກ້ງກີ ເມືອງເຊໂປນ; ຊຶ່ງຜູ້ກ່ຽວສາລະພາບເປັນຢາຂອງຕົນແທ້.

ໝາຍເຫດ: ບໍລິສັດຂົນສົ່ງດັ່ງກ່າວບໍ່ໄດ້ມີສ່ວນກ່ຽວຂ້ອງໃດໆຕໍ່ຄະດີນີ້.