ເຈົ້າແຂວງຈຳປາສັກ ຕ້ອນຮັບກົງສູນໃຫຍ່ ສສ ຫວຽດນາມ

ໃນວັນທີ 17 ທັນວາ 2021 ທີ່ຫ້ອງວ່າການແຂວງຈຳປາສັກ, ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະໄດ້ຕ້ອນຮັບ ທ່ານ ຫງວຽນ ວັນ ຈຸງ ກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວຄົນໃໝ່ພ້ອມພັນລະຍາ ແລະຄະນະໃນໂອກາດ ເຂົ້າຢ້ຽມຂໍ່ານັບເພື່ອພົບປະ.
ໃນໂອກາດດັ່ງກ່າວ, ທ່ານ ວິໄລວົງ ບຸດດາຄຳ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍຕໍ່ທ່ານ ຫງວຽນ ວັນ ຈຸງ ທີ່ໄດ້ຮັບໜ້າທີ່ໃຫ້ດຳລົງຕຳແໜ່ງເປັນກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ ລາວ ຄົນໃໝ່ ແລະເຊື່ອໝັ້ນຢ່າງຍິ່ງວ່າ ທ່ານ ຫງວຽນ ວັນ ຈຸງ ກົງສູນໃຫຍ່ຈະສືບຕໍ່ເພີ່ມທະວີການປະສານງານການພົວພັນຮ່ວມມື, ຄວາມສາມັກຄີພິເສດ ແລະການມືຮອບດ້ານລະຫວ່າງສອງຊາດ ລາວ-ຫວຽດນາມ,ໂດຍສະເພາະແຂວງຈໍາປາສັກກັບບັນດາແຂວງ ແລະນະຄອນຂອງ ສສ ຫວຽດນາມ ປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຂອງສອງ ຊາດ ລາວ-ຫວຽດນາມ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ.
ພ້ອມດຽວກັນນີ້, ທ່ານເຈົ້າແຂວງຈຳປາສັກຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການຮ່ວມມືທີ່ຜ່ານມາ ແລະທ່ານຍັງໄດ້ສະເໜີຕໍ່ທ່ານກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ແລະຄະນະໃນການກະກຽມທົບທວນຄືນການພົວພັນຮ່ວມມືລະຫວ່າງ ແຂວງຈຳປາສັກ ກັບ ບັນດາແຂວງພາກກາງ-ພາກໃຕ້ ສສ ຫວຽດນາມ ເພື່ອກະກຽມໃຫ້ແກ່ການສະເຫຼີມສະຫຼອງສອງວັນປະຫວັດສາດ ລາວ-ຫວຽດນາມ ຄື: ວັນເຊັນສົນ ທິສັນຍາມິດຕະພາບ ແລະການຮ່ວມມື ແລະວັນສ້າງຕັ້ງສາຍພົວພັນການທູດຄົບຮອບ ໃນປີ 2022 ທີ່ຈະມາເຖິງນີ້, ເພື່ອພ້ອມກັນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.


ຂ່າວ-ພາບ: ທັດຊະນະ