ນັກເຕະຢູ-12 ລາວໄດ້ຮອງຊະນະເລີດ ບານເຕະຊີງແຊ໋ມນາໆຊາດ ທີ່ປະເທດໄທ

  ນັກເຕະເຊົາວະຊົນລາວ ຢູ-12 ນະຄອນຫຼວງວຽງຈັນ ຕາງໜ້າຈາກ ສປປ ລາວ ສູ້ແບບ ສົມສັກສີຊົມເຊີຍເຮັດດີທີ່ສຸດແລ້ວ ຫຼັງຜ່ານເຂົ້າຮອບຊີງຊະນະເລີດເຊຍເຈົ້າພາບແຕ່ໜ້າເສຍດາຍມາເສຍໃນທ້າຍເກມແບບຫວຸດຫວິດ 1-0 ປະຕູ ໃນນັດຊີງຊະນະເລີດ ການແຂ່ງຂັນເຕະບານເຍົາວະຊົນ ຢູ-12 ຊີງແຊ໋ມນາໆຊາດ ຫຼື ລາຍການ Bangkok InternationalJunior Thailand 2019 ລະ ຫວ່າງວັນທີ 11-14  ມີນາ 2019 ຈັດຂຶ້ນທີ່ນະຄອນຫຼວງບາງກອກ ປະເທດໄທສົ່ງຜົນໃຫ້ຂຸນພົນນັກເຕະນະຄອນຫຼວງໄດ້ພຽງຫຼຽນ ເງິນສ່ວນໄທໄດ້ຄອງຫຼຽນຄຳຂຸນພົນນັກເຕະເຍົາວະຊົນຮຸ່ນອາຍຸ  12 ປີ ຫຼື ຢູ-12 ທີມຊາດໄທແຊງເອົາ ຊະນະ.

  ການແຂ່ງຂັນນັດຊີງຊະນະເລີດ ລາຍການ Bangkok International Junior Thailand 2019 ມີຂຶ້ນເມື່ອວັນທີ 13 ມີນາ ຜ່ານມາ ທີ່ສະໜາມກີລາເຕະບານກອງບັນຊາການທະຫານໄທເມືອງງາມວົງວານນະຄອນຫຼວງບາງ ກອກປະເທດໄທໃຫ້ກຽດເຂົ້າຮ່ວມ ແລະມອບຫຼຽນລາງວັນ ແລະຂັນຊະນະເລີດຂອງທ່ານ ພົນເອກ ພອນພິພັດເບັນຍະສີ ຜູ້ບັນຊາການ ທະຫານສູງສຸດແຫ່ງປະເທດໄທ, ມີບັນດານາຍ ແລະພົນທະຫານ, ຄະນະນຳ, ຄູຝຶກ ແລະນັກກີລາ ຈາກ 6 ຊາດ ຕະຫຼອດຮອດບັນດາ ກອງເຊຍຈາກປະເທດຕ່າງໆ ແລະ ພໍ່ແມ່ປະຊາຊົນຊາວໄທກໍ່ຄືທະຫານໄທເຂົ້າຮ່ວມຊົມ ແລະເຊຍຢ່າງ ຫຼວງຫຼາຍ. 

  ສຳລັບຜົນການແຂ່ງຂັນນັດຊີງ ຊະນະເລີດປາກົດວ່າ:ຕະຫຼອດໄລ ຍະການແຂ່ງຂັນທັງສອງທີມສູ້ກັນ                                         ໄດ້ຢ່າງດຸເດືອດສູສີ ແລະກ່ອນຈະ ໝົດເວລາ 50 ນາທີ ເຫຼືອພຽງ 5 ນາທີ ໃນທ້າຍເກມຂຸນພົນນັກເຕະ ນະຄອນຫຼວງວຽງຈັນ ເຮັດບານ ພາດຖືກເຍົາວະຊົນທີມຊາດໄທຍິງ ແຊງຂຶ້ນນຳ 1-0  ປະຕູ  ແລະເວລາທີ່ເຫຼືອນະຄອນຫຼວງບໍ່ສາມາດຕີສະເໝີໄດ້ຈົບເກມສົ່ງຜົນໃຫ້ທີມຊາດໄທເອົາຊະນະໄປແບບຫວຸດ ຫວິດ 1-0  ປະຕູ ໄດ້ຂັນແຊ໋ມ ແລະ ຫຼຽນຄຳໄປຄອງສ່ວນນະຄອນ ຫຼວງໄດ້ພຽງຫຼຽນເງິນ ແລະຂັນ ອັນດັບທີ  2  ສ່ວນທີ 3  ຕົກປັນຂອງ ອັງກິດ, ທີ 4 ສສ ຫວຽດນາມ, ທີ 5 ຍີ່ປຸ່ນ ແລະທີ 6 ຮົງກົງ.  

  ລາຍການນີ້ຈັດຂຶ້ນກໍ່ເພື່ອເປັນ ການສົ່ງເສີມເຍົາວະຊົນແຕ່ລະຊາດ ໃຫ້ມີການພັດທະນາສາມາດກ້າວ ຂຶ້ນໄປຕິດທີມຊາດຊຸດໃຫຍ່ໃນອະ     ນາຄົດໂດຍມີ 6 ປະເທດເຂົ້າຮ່ວມ ແບ່ງອອກເປັນ 2 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດຄັດເລືອກເອົາ ທີມທີ 1-2  ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ ບໍ່ໄລ່ລູກໄດ້ລູກເສຍຖ້າຫາກ 3 ທີມໃນກຸ່ມໃດໜຶ່ງມີຄະແນນເທົ່າ ກັນຕັດສິນໃຫ້ 3 ທີມນັ້ນດ່ວນຈຸດ ໂທດທັນທີ່ເພື່ອຄັດເອົາທີ 1-2 ທີມເຂົ້າຮອບຕາມລະບຽບສ່ວນທີມທີ່ຕົກຮອບຄັດເລືອກໄດ້ຊີງພຽງ ອັນດັບທີ 5 ສຳລັບກຸ່ມເອປະກອບ ມີທີມນະຄອນຫຼວງ ສປປ ລາວ, ທີມ ສສ ຫວຽດນາມ ແລະທີມຍີ່ປຸ່ນສ່ວນສາຍບີ ເຈົ້າພາບທີມໄທ, ທີມຮົງກົງ ແລະທີມອັງກິດສ່ວນ ຜົນງານຂອງທີມເຍົາວະຊົນນະຄອນຫຼວງວຽງຈັນ ໃນຮອບຄັດ ເລືອກສາມາດເອົາຊະນະຫວຽດ ນາມ 3-0 ປະຕູ ແລະຊະນະຍີ່ປຸ່ນ 4-0 ປະຕູ ຜ່ານເຂົ້າຮອບ 4 ທີມ ໄປເອົາຊະນະທີມອັງກິດ 3-0 ປະ ຕູກ່ອນໃນນັດຊີງຊະນະຈະພາດທ່າ ຖືກທີມຊາດໄທແຊງຊະນະ 1-0 ປະຕູ.