ປີໃໝ່ ຄລີຟວີວ ຣີເວີໄຊ ລີສອດ ແລະຮ້ານອາຫານແຈກແຖມຫຼາຍຢ່າງ

ໂດຍ: ບຸນນິກ ມະນີ
 ເມືອງວັງວຽງອີກໜຶ່ງສະຖານທີ່ທ່ອງທ່ຽງຈຸດສູນລວມແຫຼງທ່ອງທ່ຽວທຳມະຊາດນອກຈາກນີ້ຍັງມີທີ່ພັກ ແລະຮ້ານອາຫານໄວ້ຄ່ອຍບໍລິການດ້ວຍຄວາມຊື່ສັດ ແລະຈິງໃຈ ແລະໜຶ່ງໃນນັ້ນ ຄລີຟ ວີວຣີເວີໄຊ ລີສອດ ແລະຮ້ານອາຫານເປັນຫົວໜ່ວຍທຸລະກິດຂອງເມືອງວັງວຽງທີ່ເປີດໃຫ້ບໍລິການມາຫຼາຍປີ ແລະເປັນທີ່ຮູ້ຈັກຫຼາຍຄົນໂດຍສະເພາະນັກທ່ອງທ່ຽວທີ່ເພິ່ນເນັ້ນເອົາໃຈໃສ່ຄຸນນະພາບມາດຖານສະອາດການບໍລິການເປັນຫຼັກເຮັດໃຫ້ຜູ້ມາໃຊ້ບໍລິການມີຄວາມຮູ້ສຶກພໍໃຈໂດຍສະເພາະ ຂ້າພະເຈົ້າຂຽນຄໍລໍ້າມື້ນີ້ໃນນາມນັກທ່ອງທ່ຽວໄປພັກທິດທີ່ຜ່ານມາຮູ້ສຶກປະທັບໃຈໃນການບໍລິການ.


ທ່ານ ນາງ ວຽງສັກດາ ແສງສຸລິນ ທີ່ຮູ້ຈັກຊື່ຫລິ້ນໄກ່ເຈົ້າຂອງ ຄລີຟວີວ ຣີເວີໄຊ ລີສອດ ແລະຮ້ານອາຫານໃຫ້ສຳພາດນັກຂ່າວໜັງສືພີມເສດຖະກິດ-ສັງຄົມ ຮູ້ວ່າ: ຄລີຟວີວ ຣີເວີໄຊ ລີສອດ ແລະຮ້ານອາຫານເປີດບໍລິການມາແຕ່ປີ 2004 ໂດຍມີບໍລິການທີ່ພັກ 24 ຫ້ອງ ແລະອາຫານຫຼາຍລາຍການຄ່ອຍໃຫ້ບໍລິການຊຶ່ງຖືວ່າຜ່ານ ການບໍລິການມາໄດ້ຮັບຄວາມສົນໃຈ ແລະປະທັບໃຈແຂກເຄີຍມາພັກໂດຍສະຖານທີ່ເພິ່ນຈະມີເປັນເອກະລັກຈຸດເດັ່ນມີສະຖານທີ່ຈອດລົດກວ້າງຂວາງສະຖານທີ່ສະຫງົບ ເໝາະແກ້ການພັກຜ່ອນ ແລະຍາມແລງຈະມີສະຖານທີ່ນັ່ງກິນເຂົ້າຊົມວີວຕາມນໍ້າຊ່ອງສະນັ້ນເພື່ອເປັນການຕ້ອນຮັບລູກຄ້າໃຫ້ມາໃຊ້ບໍລິການພຽງພໍແມ່ນຈະຂະຫຍາຍລີສອດ ແລະຮ້ານອາຫານ ແລະຈັດເປັນຫ້ອງປະຊຸມທີ່ສາມາດຮັບແຂກ ແລະໃຊ້ບໍລິການໄດ້ 100 ຄົນ.


ນອກຈາກນີ້ ທ່ານ ນາງ ໄກ່ ເຈົ້າຂອງຍັງໃຫ້ຮູ້ລາຍງານການຄ້າຂາຍປະຈຸບັນຫຼັງມີໂຄວິດປິດກິດຈະການເປີດໃໝ່: ໃນນາມທີ່ຕົນເອງເປັນຜູ້ປະກອບການຄ້າຂາຍມາຫຼາຍປີກໍ່ມີຄວາມຮູ້ສຶກດີໃຈທີ່ເຫັນເມືອງວັງວຽງກັບມາມີສີສັນ ແລະເຮັດໃຫ້ການຄ້າຂາຍກັບມາປົກກະຕິ ແລະເດືອນຜ່ານມາການຊື້ຂາຍແມ່ນມີບັນຍາກາດຄຶກຄື້ນດີ ຫຼາຍທີ່ສັງເກດເຫັນບາງມື້ເຄື່ອງມາໃຫ້ບໍລິການແມ່ນເກືອບບໍ່ພຽງພໍແຕ່ສິ່ງສຳຄັນສຸດດີໃຈແມ່ນໄດ້ເຫັນຊາວເມືອງວັງວຽງ ແລະຜູ້ປະກອບການຫຼາຍຄົນມີຮອຍຍີ້ມອີກຄັ້ງໂດຍສະເພາະແມ່ນຈະສ້າງວຽກເຮັດງານທຳໃຫ້ກັບຫຼາຍຄົນອີກດ້ວຍ.


ແນວໃດກໍ່ຕາມທ່ານໃດທີ່ໄດ້ມາພັກວັງວຽງກໍ່ສາມາດໄປຫາເພິ່ນໄດ້ທີ່ພັກປະທັບໃຈອາຫານຖືກປາກແນ່ນອນທີ່ສຳຄັນຊ້ວງປີໃໝ່ເພິ່ນຈະກຽມຈັດໂປໂມສັນພິເສດຫຼາຍຢ່າງໄວ້ຄ່ອຍບໍລິການຮັບຮອງຖືກໃຈແນ່ນອນ.