ລາວ ໄດ້ຮັບວັກຊິນປ້ອງກັນໂຄວິດ ເພີ່ມອີກ 1,2 ລ້ານກວ່າໂດສ

ວັກຊິນປ້ອງກັນພະຍາດໂຄວິດ-19 ຈຳນວນ 1.275.400 ໂດສ ທີ່ໄດ້ຮັບການຊ່ວຍເຫຼືອແບ່ງປັນວັກຊິນຈາກ 4 ປະເທດຄື: ຝຣັ່ງ, ເກຣັກ, ຍີ່ປຸ່ນ ແລະເນເທີແລນ ໂດຍຜ່ານໂຄງການ COVAX Facility ເພື່ອຊ່ວຍເຫຼືອ ສປປ ລາວ ໃນການຕ້ານ, ສະກັດກັ້ນ ແລະຄວບຄຸມພະຍາດໂຄວິດ-19 ໄດ້ມາ ຮອດ ສປປ ລາວ ໃນວັນທີ 23 ທັນວາ 2021 ຊຶ່ງມີການມອບ-ຮັບຢ່າງເປັນທາງການທີ່ສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນໂດຍມີທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງ ສາທາລະນະສຸກ, ມີທ່ານ ນາງ ສິວ ເລັ່ງຈົ່ວ ເອກອັກຄະລັດຖະ ທູດຝຣັ່ງປະຈຳ ລາວ, ທ່ານ ໂຄ ບາຢາຊິ ເຄນອິຈິ ເອກອັກຄະຣາ ຊະທູດຍີ່ປຸ່ນປະຈໍາລາວ, ທ່ານ ວັງ ຊອງວີກ ອຸປະທູດຄະນະຜູ້ແທນສະຫະພາບເອີຣົບ ປະຈຳລາວ, ທ່ານ ໄອຄ ເຄີດ ກົງສູນກິດຕິມະ ສັກເນເທີແລນ, ທ່ານ ນາງ ບີອາເຕ ດາສເທວ ວ່າການແທນຜູ້ຕາງໜ້າອົງການອຸຍນີເຊັບປະຈຳລາວ ແລະທ່ານ ນາງ ໂອຢຸນໂທໂສ ລັກສຸ ເຣັນ ວິຊາການດ້ານສິ່ງແວດລ້ອມ ແລະສຸຂະພາບຂອງອົງການອະນາໄມໂລກປະຈຳລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຈັດສົ່ງວັກຊິນໃຫ້ແກ່ ສປປ ລາວ ໃນຄັ້ງນີ້ແມ່ນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi) ແລະອົງການອະນາໄມໂລກ (WHO), ໂດຍມີອົງການອຸຍນີເຊັບເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ ແລະເປັນການຈັດສົ່ງວັກຊິນຊຸດທີ 7 ທີ່ COVAX ໄດ້ສະໜອງໃຫ້ແກ່ ສປປ ລາວພາຍຫຼັງໄດ້ຮັບການສະໜັບສະໜູນວັກຊິນຈາກປະເທດຟິນແລນ, ສະວີເດນ ແລະ ເນເທີແລນ ໃນທ້າຍເດືອນພະຈິກ 2021, ການຈັດສົ່ງວັກຊິນໃນຄັ້ງນີ້ແມ່ນເປັນການແບ່ງປັນປະລິມານວັກຊິນຈາກຫຼາຍໆປະເທດ ຜ່ານໂຄງການ COVAX Facility ຊຶ່ງປະກອບມີ ວັກຊິນ AstraZeneca ຈຳນວນ 192.000 ໂດສ ຈາກປະເທດຝຣັ່ງ; ວັກຊິນAstraZeneca ຈຳນວນ 320.200 ໂດສ ຈາກປະເທດຍີ່ປຸ່ນ; ວັກຊິນ Johnson & Johnson (J&J) ຈໍານວນ 302.400 ໂດສ ຈາກ ປະເທດເກຣັກ ແລະວັກຊີນ J&J ຈໍານວນ 460.800 ໂດສ ຈາກປະເທດເນເທີແລນ.

ທັງນີ້, ໂຄງການ COVAX ໄດ້ສະໜອງວັກຊິນໃຫ້ ສປປ ລາວ ລວມເກືອບ 4,3 ລ້ານໂດສ ຊຶ່ງພຽງພໍໃນການສັກວັກຊິນໃຫ້ຫຼາຍກວ່າ 40% ຂອງປະຊາກອນໂດຍ ອີງຕາມແຜນປະຕິບັດການສັກວັກຊິນກັນພະຍາດໂຄວິດ-19 ຂອງ ລັດຖະບານ ສປປ ລາວ.