ບໍ່ໄດ້ໄປຕໍ່ ແອປເປິ້ນຈະບໍ່ຂາຍ iMac 21.5 ນິ້ວ ທີ່ໃຊ້ຊິບ Intel ອີກຕໍ່ໄປ

Apple ຍຸຕິການຂາຍ iMac ຂະໜາດ 21.5 ນິ້ວທີ່ໃຊ້ຊິບ Intel ທີ່ສະຖາບັນການສຶກສາຕ່າງໆນິ ຍົມໃຊ້ໄປຢ່າງງຽບໆ ເຮັດໃຫ້ປັດ ຈຸບັນຜູ້ບໍລິໂພກຈະສາມາດເລືອກຊື້ iMac ໄດ້ສະເພາະລຸ້ນ 24 ນິ້ວ ແລະ 27 ນິ້ວ ໃນ Apple Store ເທົ່ານັ້ນ.

Apple ຢືນຢັນວ່າ ໄດ້ຍຸຕິການຜະລິດ iMac 21.5 ນິ້ວ ແລະໄດ້ຍຸ ຕິການຂາຍທັງໃນຮ້ານຄ້າອອນ ລາຍ ແລະຮ້ານຄ້າຍ່ອຍຂອງແອປ ເປິ້ນ ຊຶ່ງຫາກຜູ້ບໍລິໂພກຍັງສົນໃຈ ທີ່ຈະຊື້ iMac 21.5 ນິ້ວກໍຈະຕ້ອງ ຫາຊື້ຕາມຮ້ານຄ້າທີ່ບໍ່ແມ່ນຂອງ ແອປເປິ້ນແທນ.

iMac ທີ່ຖືກນຳອອກຈາກ ການຂາຍນັ້ນຄືລຸ້ນທີ່ໃຊ້ຊິບປະມວນຜົນ 7th-Generation Intel Core i5/ແຣມ 8GB/ໜ່ວຍ ຄວາມຈຳ SSD 256GB/ກາດຈໍ Intel Iris Plus Graphic 640 ເຮັດໃຫ້ໄລອັບຂອງ iMac ຕອນ ນີ້ຈະເຫຼືອສະເພາະລຸ້ນ 24 ນິ້ວ ແລະ 27 ນິ້ວເທົ່ານັ້ນ.