ຮ້ານ ວັນວິວາ ໃສ່ໃຈຄຸນນະພາບທີ່ສັງຄົມຍອມຮັບ

ຂ່າວ: ບຸນນິກ

ຮ້ານວັນວິວ ປັນຮ້ານໜຶ່ງທີ່ເພິ່ນມີປະສົບການເລື່ອງບໍລິການຂາຍ ແລະໃຫ້ເຊົ່າເຄື່ອງປະດັບເງິນ, ຄໍາ, ເພັດ ແລະເຄື່ອງປະດັບອອກງານມາບ່ອນດຽວຄົບຊຸດໂດຍທາງຮ້ານເນັ້ນສຳຄັນເອົາໃຈໃສ່ມາດຖານຄວາມເຊື່ອໝັ່ນ ແລະຍອມຮັບດ້ານຄຸນນະພາບງານອອກມາຕ້ອງປະທັບໃຈຜູ້ໃຫ້ ແລະຜູ້ໃຊ້ບໍລິການ ແລະເປັນທີ່ຮູ້ຈັກຍອມຮັບກັນດີຈາກສັງຄົມເປັນຢ່າງດີ.

ທ່ານ ນາງ ລີລີ ຫົງວິໄລ ເຈົ້າຂອງຮ້ານວັນວິວາ ໃຫ້ສຳພາດກັບນັກຂ່າວໜັງສືພີມເສດຖະກິດ-ສັງຄົມພວກເຮົາໃຫ້ຮູ້ວ່າ: ຮ້ານ ວັນວິວາ ເລີ່ມເປີດບໍລິການມາແຕ່ປີ 2017 ບໍລິການຂາຍ ແລະໃຫ້ເຊົ່າເຄື່ອງປະດັບເງິນ, ຄໍາ, ເພັດ ແລະເຄື່ອງປະດັບອອກງານ, ເຄື່ອງປະດັບເຈົ້າພາບ, ເຄື່ອງປະດັບເຈົ້າບ່າວເຈົ້າສາວ, ຂາຍ ແລະໃຫ້ເຊົ່າຊຸດແຕ່ງງານ ແບບສາກົນ (ຊຸດກະໂປ່ງຂາວ, ຊຸດແວດເຈົ້າບ່າວ) ໃຫ້ເຊົ່າລົດຫຼູສໍາລັບແຫ່ເຂີຍເຊັ່ນລົດ Benz, ລົດ Porsche ຊຶ່ງເລື່ອງລາຄ່າແມ່ນໄລຕາມຄວາມເໝາະສົມເປັນກັນເອງ.

ສຳລັບເລື່ອງການບໍລິການຜ່ານມາຖືວ່າລູກຄ້າໃຫ້ຄວາມສົນໃຈເປັນຢ່າງດີໃນທຸກໝວດສິນຄ້າທີ່ທາງຮ້ານໄດ້ນໍາສະເໜີ, ພິເສດທາງຮ້ານຈະມີເອກະລັກຈຸດເດັ່ນແມ່ນຄວາມຫຼາກຫຼາຍສິນຄ້າຄວາມໃສ່ໃຈກັບທຸກລາຍການຢ່າງລະອຽດທີ່ສາມາດຕອບໂຈດໄດ້ທຸກຄວາມຕ້ອງການ ແລະອີງຕາມງົບປະມານ, ບໍ່ວ່າຈະງົບໜ້ອຍ ຫຼືງົບຫຼາຍເຮົາກະມີໃຫ້ເລືອກທຸກຢ່າງໃຫ້ບໍລິການຖືວ່າມາບ່ອນດຽວຄົບ.

ປະຈຸບັນເພື່ອເປັນການບໍລິການລູກຄ້າຄວາມສະດວກສະບາຍທາງຮ້ານມີ 2 ສາຂານະຄອນຫຼວງ ແລະຫຼວງພະບາງທີ່ສຳຄັນທາງຮ້ານແມ່ນໄດ້ສາມາດສ້າງແຮງງານໃຫ້ມີວຽກເຮັດງານທຳໄດ້ 20 ຄົນ ສະນັ້ນທ່ານໃດມີຄວາມສົນໃຈ ແລະຕ້ອງການກໍ່ສາມາດເຂົ້າມາປຶກສາໄດ້ຮ້ານວັນວິວາຕັ້ງຢູ່ບ້ານທົ່ງຂັນຄໍາເມືອງຈັນທະບູລີນະຄອນຫຼວງວຽງຈັນ ໂທ ຫຼືວ໋ອດແອັບ: 020283 88838 ເຟສບຸກເພສ: ວັນວິວາ-ຂາຍ ແລະເຊົ່າຊຸດແຕ່ງງານແບບສາກົນ ແລະເຄື່ອງປະດັບ.

ໃນໂອກາດດັ່ງກ່າວໃນນາມເຈົ້າຂອງຮ້ານຂໍຝາກຮ້ານວັນວິວາໄວ້ຄອຍຊ່ວຍເຕີມເຕັມຄວາມສະຫງ່າງາມໃນມື້ພິເສດຂອງທ່ານມີບຸນມີງານຢ່າລືມຄິດເຖິງຮ້ານວັນວິວາເດີ້ເຈົ້າພວກເຮົາພ້ອມໃຫ້ບໍລິການລູກຄ້າດ້ວຍໃຈດັ່ງຄອບຄົວ.