ສ້າງຄວາມເຂັ້ມແຂງໃຫ້ພະນັກງານທ້ອງຖິ່ນຂອງກະຊວງ ກປ

ກະຊວງກະສິກຳ ແລະ ປ່າໄມ້ (ກປ), ກົມນະໂຍບາຍ ແລະນິຕິກໍາ ຈັດກອງປະຊຸມຝຶກ ອົບຮົມສ້າງຄວາມເຂັ້ມແຂງທາງ ດ້ານນະໂຍບາຍສຳລັບພະນັກງານຂັ້ນທ້ອງຖິ່ນຂອງກະຊວງກະສິກຳ ແລະປ່າໄມ້ ໃຫ້ການນຳຂັ້ນແຂວງ ແລະຂັ້ນເມືອງ 5 ເມືອງ ຂົງເຂດ ກະສິກຳ ແລະປ່າໄມ້ ແຂວງອັດຕະປື ທີ່ພະແນກກະສິກຳ ແລະ ປ່າໄມ້ແຂວງດັ່ງກ່າວ ໃນວັນທີ 23–24 ທັນວາຜ່ານມານີ້ ໂດຍ ການເປັນປະທານຂອງທ່ານ ພອນປະເສີດ ທອງສີທາວົງ ຫົວໜ້າພະ ແນກກະສິກຳ ແລະປ່າໄມ້ ແຂວງ ອັດຕະປື, ມີຄະນະພະແນກ ແລະ ຫົວໜ້າ, ຮອງຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ 5 ເມືອງຄື: ເມືອງສາມັກຄີໄຊ, ເມືອງໄຊເສດ ຖາ, ເມືອງຊານໄຊ, ເມືອງພູວົງ ແລະເມືອງສະໜາມໄຊເຂົ້າຮ່ວມ.

ວຽກງານການສ້າງນະໂຍບາຍ, ແຜນພັດທະນາກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ 5 ປີ IX (2021-2025) ແລະການ ຕິດຕາມ ແລະປະເມີນຜົນ ແລະ ການສ້າງປະຫວັດຂອງເມືອງ ເປັນວຽກງານໜຶ່ງທີີ່ສໍາຄັນໃນ ການຊຸກຍູ້ສົ່ງເສີມລະບົບການ ຜະລິດກະສິກໍາ ເພືີ່ອການເຊືີ່ອມ ໂຍງເສດຖະກິດໃນລະດັບພາກພື້ນ, ສາກົນ ແລະຄວາມກ້າວ ໜ້າທາງດ້ານເຕັກໂນໂລຊີຂອງ ບັນດາປະເທດທີີ່ພັດທະນາ ແລະປະເທດທີີ່ກໍາລັງພັດທະນາ. ສໍາ ລັບຂະແໜງກະສິກໍາຂອງເຮົາ ຍັງມີຂໍໍ້ຈໍາກັດ ແລະສິ່ງທ້າທາຍ ໃນການແຂ່ງຂັນກັບບັນດາປະ ເທດຕ່າງໆ ແລະເຮັດໃຫ້ມີການ ເສຍປຽບໃນຫຼາຍດ້ານຖ້າຫາກ ເຮົາບໍ່ມີນະໂຍບາຍທີີ່ເໝາະສົມ ເພືີ່ອຫັນປ່ຽນລະບົບການຜະລິດ ຂອງພວກເຮົາ, ເພາະວ່າລະບົບ ການຜະລິດກະສິກໍາທີີ່ຍັງອາໄສ ທໍາມະຊາດ ແລະຄວາມຮູ້ຄວາມ ສາມາດຂອງຂະແໜງການດ້ານ ໂຄງລ່າງພື້ນຖານທີີ່ຍັງຫຼ້າຫຼັງ, ກໍາລັງແຮງການຜະລິດທີີ່ຍັງອ່ອນນ້ອຍ ແລະຄວາມຮູ້ຄວາມສາ ມາດຂອງຊາວກະສິກອນ ແລະແຮງງານກະສິກໍາແມ່ນຈະເປັນ ຂໍໍ້ຈໍາກັດໜຶ່ງເຮັດໃຫ້ບໍ່ສາມາດ ເຂົ້າເຖິງຕະຫຼາດ. ສະນັ້ນວຽກງານ ການສ້າງນະໂຍບາຍ, ກວດກາ ຕິດຕາມ ແລະປະເມີນຜົນແມ່ນ ວຽກງານໜຶ່ງທີີ່ຈະຊ່ວຍໃຫ້ ຊາວ ກະສິກອນສາມາດທໍາການຜະລິດ ເພືີ່ອແຂ່ງຂັນທາງດ້ານການຕະ ຫຼາດໄດ້.


ການຝຶກອົບຮົມສ້າງຄວາມ ເຂັ້ມແຂງໃນການສ້າງນະໂຍບາຍ, ການຕິດຕາມ ແລະປະເມີນຜົນຄັ້ງ ນີ້ ກໍ່ເພື່ອໃຫ້ບັນດາທ່ານທີ່ເຂົ້າ ຮ່ວມຝຶກອົບຮົມສາມາດສ້າງປະ ຫວັດຫຍໍໍ້ດ້ານກະສິກໍາຂອງເມືອງ ຕົນເອງ, ສາມາດລົງເລິກໄດ້ເຖິງ ທ່າແຮງ ແລະສະພາບການຜະລິດ ກະສິກໍາ ແລະປ່າໄມ້ ໄດ້ດີຂຶ້ນ, ສາມາດນໍາເອົາວິທີີການສ້າງນະ ໂຍບາຍ, ແຜນຍຸດທະສາດ ແລະແຜນແມ່ບົດນໍາເຂົ້າໄປໃຊ້ໃນວຽກ ງານຕົວຈິງ ໂດຍສະເພາະແມ່ນ ການປູກ-ການລ້ຽງ ແລະສໍາຄັນ ວຽກງານການສ້າງປະຫວັດເມືອງ ເພືີ່ອໃຫ້ມີຂໍໍ້ມູນພື້ນຖານຊັດເຈນປະກອບສ່ວນເຂົ້າໃນການວາງແຜນ ກະສິກຳ, ປ່າໄມ້ ແລະພັດທະນາ ຊົນນະບົດໃຫ້ບັນລຸຕາມເປົ້າໝາຍ.

ຂ່າວ: ແສງຄຳ ສາລີວັນ