ພະຈິກ ລາວນຳເຂົ້າ ແລະສົ່ງອອກສິນຄ້າ 912 ລ້ານໂດລາ

ມູນຄ່າການນໍາເຂົ້າ ແລະສົ່ງ ອອກຂອງ ສປປ ລາວ ປະຈໍາເດືອນພະ ຈິກ ປີ 2021 ບັນລຸໄດ້ປະມານ 912 ລ້ານໂດລາສະຫະລັດ ໃນນັ້ນ, ມູນຄ່າ ການສົ່ງອອກ ມີປະມານ 390 ລ້ານ ໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 521 ລ້ານໂດລາສະຫະລັດ ແລະຂາດດຸນການຄ້າປະມານ 131 ລ້ານໂດລາສະຫາລັດ.
ຕາມຂໍ້ມູນຈາກສູນຂໍ້ມູນຂ່າວສານ ທາງການຄ້າຂອງ ສປປ ລາວ ລະບຸ ວ່າ: ສີນຄ້າສົ່ງອອກຫຼັກປະກອບມີ: ແຮ່ ທອງ, ແລະເຄື່ອງທີ່ເຮັດດ້ວຍທອງ, ໝາກກ້ວຍ, ຄຳປະສົມ (ຄຳແທ່ງ), ມັນ ຕົ້ນ, ເຄື່ອງນຸ່ງຫົ່ມ, ກາເຟ (ບໍ່ທັນ ໄດ້ປຸງແຕ່ງ), ນໍ້າຕານ, ຢາງພາລາ ແລະເຂົ້າ.

ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ), ເຄື່ອງໄຟຟ້າ ແລະອຸປະກອນ ໄຟຟ້າ, ນໍ້າມັນກາຊວນ, ອຸປະກອນກົນ ຈັກ (ນອກຈາກເຄື່ອງກົນຈັກພາຫະ ນະ), ເຫຼັກ ແລະເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ...), ຊິ້ນ ສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...), ນໍ້າມັນແອັດຊັງ, ແອັດຊັງພິ ເສດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ແລະເຍື່ອໄມ້ ແລະເສດເຈ້ຍ.

ບັນດາປະເທດທີ່ ສປປ ລາວ ສົ່ງອອກ ຫຼັກມີຈີນ 134 ລ້ານໂດລາສະຫະລັດ, ຫວຽດນາມ 99 ລ້ານໂດລາສະຫະລັດ, ໄທ 65 ລ້ານໂດລາສະຫະລັດ, ອິນເດຍ 14 ລ້ານໂດລາສະຫະລັດ ແລະຍີ່ປຸ່ນ 7 ລ້ານໂດລາສະຫະລັດ.. ບັນດາປະເທດທີ່ ສປປ ລາວ ນໍາເຂົ້າ ຫຼັກ ມີໄທ 253 ລ້ານໂດລາສະຫະລັດ, ຈີນ 138 ລ້ານໂດລາສະຫະລັດ, ຫວຽດ ນາມ 50 ລ້ານໂດລາສະຫະລັດ, ຢີ່ປຸ່ນ 5 ລ້ານໂດລາສະຫະລັດ ແລະ ສ.ອາເມ ລິກາ 17 ລ້ານໂດລາສະຫະລັດ. ມູນຄ່າການນໍາເຂົ້າ ແລະສົ່ງອອກຂອງ ສປປ ລາວ ປະຈໍາເດືອນພະຈິກນີ້ ແມ່ນ ຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.