ໝາກໄມ້ ຊ່ວຍໃຫ້ລະບົບຍ່ອຍອາຫານ ຂອງທ່ານດີຂຶ້ນ

ອາຫານມີທັງຄຸນປະໂຫຍດ  ແລະໂທດການຮັບປະທານອາຫານບໍ່ສະເໝາະສົມກັບຄວາມຕ້ອງການຂອງຮ່າງກາຍຮັບປະທານບໍ່ຖືກວິທີ ຫຼື ອາຫານທີ່ຮັບປະທານປົນເປື້ອນສານພິດອາດກໍ່ໃຫ້ເກີດອັນ ຕະລາຍຕໍ່ສຸຂະພາບເຊັ່ນ: ເຮັດໃຫ້ເກີດອາການປວດ ຮາກ, ຮາກ, ຖອກທ້ອງ, ແພ້ອາຫານ.

  1. -ອະງຸ່ນ: ໝາກໄມ້ໜ່ວຍນ້ອຍໆອຸດົມໄປດ້ວຍ ເກືອແຮ່ ແລະພະລັງງານ ຈຶ່ງເຮັດໜ້າທີ່ເປັນສານຟອກ ລ້າງໃຫ້ຜິວໜັງ, ຕັບ, ໝາກໄຂ່ຫຼັງ, ແລະລຳໄສ້ນອກຈາກນີ້ຍັງຊ່ວຍບຳລຸງເລືອດ, ຊ່ວຍຊ້ອມແຊມ ແລະ ສ້າງເຊລໃນຮ່າງກາຍ.
  2. -ໝາກໂມ: ອຸດົມໄປດ້ວຍຄໍໂຣຟິນ ແລະວິຕາ ມິນຫຼວງຫຼາຍ ຈຶ່ງເປັນອີກໜຶ່ງທາງເລືອກທີ່ເປັນ ປະໂຫຍດຢ່າງຍິ່ງມີລິດຂັບຍ່ຽວເທົ່າກັບຊ່ວຍຟອກລ້າງຮ່າງກາຍອີກທັງຊ່ວຍຮັກສາແຜໃນກະເພາະອາຫານຫຼຸດຄວາມດັນເລືອດ.
  3. -ໝາກຫຸ່ງ: ເອນໄຊປາເປນໃນໝາກຮຸ່ງມີລັກ ສະນະຄ້າຍຄືກັບນ້ຳຍ່ອຍເປບຊິນ (Pepsin) ໃນ ກະເພາະອາຫານດັ່ງນັ້ນໝາກຫຸ່ງ ຈຶ່ງຊ່ວຍໃຫ້ໂປຣ ຕີນແຕກໂຕໄດ້ໄວຂຶ້ນຄືກັນກັບໝາກນັດອີກທັງຍັງ ຊ່ວຍເຮັດຄວາມສະອາດລຳໄສ້ ແລະຊ່ວຍຍ່ອຍອາ ຫານ.
  4. ຮຽບຮຽງໂດຍ: ຟ້າ